ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ ສິງກະໂປ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Lawrence Wong.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ (ພາບ: TTXVN)ໃນການພົບປະ, ການນຳສອງທ່ານ ໄດ້ທົບທວນຄືນບັນດາຜົນງານການຮ່ວມມືສອງຝ່າຍທີ່ພົ້ນເດັ່ນໃນໄລຍະຜ່ານມາ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. ການນຳສອງທ່ານເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍົກສູງການຮ່ວມມືຍຸດທະສາດໃຫ້ສົມກັບຂອບເຂດການພົວພັນໃໝ່ຜ່ານການສ້າງຕັ້ງກົນໄກສົນທະນາຍຸດທະສາດລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກະທຳປະຊາຊົນ ສິງກະໂປ; ຜັນຂະຫຍາຍການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ ຢ່າງແທດຈິງ, ຜ່ານຂໍ້ລິເລີ່ມກ່ຽວກັບການເຊື່ອມຕໍ່ເຕັກໂນໂລຢີ ຫວຽດນາມ - ສິງກະໂປ, ແນໃສ່ສ້າງຕັ້ງລະບົບນິເວດ ວິທະຍາສາດ - ເຕັກໂນໂລຢີຍຸດທະສາດລະຫວ່າງສອງປະເທດ.
ສອງຝ່າຍກໍເຫັນດີເສີມຂະຫຍາຍການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນຫຼາຍກວ່າອີກ, ຮ່ວມມືກັນຢ່າງແໜ້ນແຟ້ນກວ່າ ໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ; ອາດຊະຍາກຳຢາເສບຕິດ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ພົວພັນແລກປ່ຽນປະຊາຊົນ; ຊຸກຍູ້ການເຊື່ອມຕໍ່ທາງອາກາດ; Logistics; ທ່າກ່ຳປັ່ນ; ເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາກົນໄກຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ອາຊຽນ ແລະ ສປຊ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ (ພາບ: TTXVN)ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມ ອາເມລິກາ; ທ່ານ Richard Marles ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ແລະ ທ່ານ Shinjiro Koizumi ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)