• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ - ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນກ່ອນດໍາເນີນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

      ການນໍາສອງທ່ານໄດ້ເຫັນດີນໍາກັນວ່າ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ກ່ອນດໍາເນີນການເຈລະຈາສຸດຍອດ ຄັ້ງທີ 2 ລະຫວ່່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຄາດວ່່າ ຈະດໍາເນີນໃນທ້າຍເດືອນກຸມພາ ຢູ່ນະຄອນຫຼວງຮ່າໂນ້ຍ, ປະເທດຫວຽດນາມ
            ວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມີການເຈລະຈາທາງໂທລະສັບ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ. ການນໍາສອງທ່ານໄດ້ເຫັນດີນໍາກັນວ່າ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ກ່ອນດໍາເນີນການເຈລະຈາສຸດຍອດ ຄັ້ງທີ 2 ລະຫວ່່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່ງຄາດວ່່າ ຈະດໍາເນີນໃນທ້າຍເດືອນກຸມພາ ຢູ່ນະຄອນຫຼວງຮ່າໂນ້ຍ, ປະເທດຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump(ພາບປະກອບ: TTXVN)
      ການນໍາສອງປະເທດໄດ້ຢັ້ງຢືນຄືນໃໝ່ບັນດາຄໍາໝັ້ນສັນຍາ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສິ້ນເຊີງ ແລະ ມີການກວດກາຕົວຈິງ ແລະ ຢັ້ງຢືນ ແຫຼມເກົາຫຼີປອດນິວເຄຼຍ. ທ່ານປະທານາທິບໍດີ Donald Trump ແລະ ທ່ານ Shinzo Abe ກໍເຫັນດີຕໍ່ເລື່ອງ ການນໍາ ອາເມລິກາ ຈະໄປຢ້ຽມຢາມ ຍີ່ປຸ່ນໃນທ້າຍເດືອນພຶຶດສະພາຈະມາເຖິງ. ຖ້າຫາກທຸກສ່ິ່ງດໍາເນີນໄປຕາມແຜນການແລ້ວ, ໃນເວລາເກືອບສອງເດືອນ, ທ່ານປະທານາທິບໍດີ Donald Trump ຈະໄປຢ້ຽມຢາມ ຍີ່ປຸ່ນ ສອງຄັ້ງ. ຕາມການຄາດຄະເນກ່ອນໜ້ານັ້ນ, ທ່ານ Donald Trump ຈະໄປ ຍີ່ປຸ່ນ ໃນເດືອນ ມິຖຸນາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດ ທີ່ຫາກໍພື້ນເດັ່ນແຖວໜ້າຂອງໂລກ (G20).
        ແລະກໍຕາມຖະແຫຼງການຂອງທໍານຽບຂາວແລ້ວ, ທ່ານປະທານາທິບໍດີ Donald Trump ພວມຊັ່ງຊາຕໍ່ເລື່ອງ ຈະມີການພົບປະກັບການນໍາ ສປປ.ເກົາຫຼີ Kim Jong –un ພາຍຫຼັງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຫຼືບໍ?
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top