• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ: ຈີນຮັບປະກັນຄໍາໝັ້ນສັນຍາກ່ຽວກັບຄາດໝາຍດ້ານການຄ້າ

      ປັກກິ່ງ ຈະຕອບສະໜອງບັນດາຄາດໝາຍຊື້ສິນຄ້າທີ່ໄດ້ກໍານົດໃນຂໍ້ຕົກລົງດ້ານການຄ້າໄລຍະ 1 ໂດຍບໍ່ຫົວຊາຕໍ່ການຊັກຊ້າທີ່ກ່ຽວຂ້ອງເຖິງເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ.

(ພາບປະກອບ: TTXVN)
      ວັນທີ 7 ກຸມພາ,  ທ່ານ Larry Kudlow ທີ່ປຶກສາໃຫ້ທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຢັ້ງຢືນກັບທ່ານປະທານາທິບໍດີ ອາເມລິກາ Donald Trump ວ່າ: ປັກກິ່ງ ຈະຕອບສະໜອງບັນດາຄາດໝາຍຊື້ສິນຄ້າທີ່ໄດ້ກໍານົດໃນຂໍ້ຕົກລົງດ້ານການຄ້າໄລຍະ 1 ໂດຍບໍ່ຫົວຊາຕໍ່ການຊັກຊ້າທີ່ກ່ຽວຂ້ອງເຖິງເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ.
        ກ່າວຄໍາເຫັນພາຍຫຼັງສິ້ນສຸດການເຈລະຈາຜ່ານທາງໂທລະສັບລະຫວ່າງການນໍາສອງປະເທດ ອາເມລິກາ - ຈີນ ໃນວັນດຽວກັນ, ທ່ານ Larry Kudlow ໃຫ້ຮູ້ວ່າ: ບໍ່ມີຄວາມເຄັ່ງຕຶງໃດໆລະຫວ່າງອາເມລິກາ ແລະ ຈີນ ກ່່ຽວກັບວຽກງານແກ້ໄຂການລະບາດຢ່າງໄວວາຂອງເຊື້ອພະຍາດ.
        ຄໍາຖະແຫຼງຂອງທ່ານ Larry Kudlow ໄດ້ຍົກອອກມາພາຍຫຼັງກະຊວງການເງິນ ອາເມລິກາ ສະແດງຄວາມຫວັງວ່າ ຈີນ ຈະຮັກສາຄໍາໝັ້ນສັນຍາຂອງຕົນໃນການເພີ່ມທະວີການຊື້ສິນຄ້າ ແລະ ການບໍລິການຂອງ ອາເມລິກາຕື່ມອີກ ເຊິ່ງມີມູນຄ່າໜ້ອຍສຸດແມ່ນ 200 ຕື້ USD ໃນສອງປີຕໍ່ໜ້າ, ໂດຍບໍ່ຫົວຊາຕໍ່ການລະບາດຂອງເຊື້ອພະຍາດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top