• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ຕວກກີ ເຫັນດີເປັນເອກະພາບບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດຮອດປີ 2023

ອາຊຽນ ແລະ ຕວກກີ ໄດ້ຮັບຮອງເອົາບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງ ອາຊຽນ - ຕວກກີ ໄລຍະປີ 2019 – 2023 ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່, ພັດທະນາວິສາຫະກິດ…

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລວມຕາມຂົງເຂດ ອາຊຽນ - ຕວກກີ (ພາບ: ຫວຽດນາມ+)

ຕາມຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ແລ້ວ, ກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລວມຕາມຂົງເຂດ ອາຊຽນ - ຕວກກີ (AT-JSCC) ໄດ້ດຳເນີນຢູ່ຄະນະເລຂາ ອາຊຽນ ຈາກາຕາ (ອິນໂດເນເຊຍ) ໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຮອງເລຂາທິການໃຫຍ່ ອາຊຽນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານບັນດາປະເທດ ອາຊຽນ, ເອກອັກຄະລັດຖະທູດ ຕວກກີ ປະຈຳ ອາຊຽນ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ຕວກກີ. ທີ່ກອງປະຊຸມ, ອາຊຽນ ແລະ ຕວກກີ ໄດ້ຮັບຮອງເອົາບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງ ອາຊຽນ - ຕວກກີ ໄລຍະປີ 2019 – 2023 ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່, ພັດທະນາວິສາຫະກິດ…ສ່ວນ ຕວກກີ ໄດ້ປະກາດວ່າຈະສະຫງວນງົບປະມານ 1 ລ້ານ USD ໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ໂຄງການຮ່ວມມື 2 ຝ່າຍໃນໄລຍະສະເພາະໜ້າ. ອາຊຽນ ແລະ ຕວກກີ ກໍ່ເຫັນດີເປັນເອກະພາບວ່າຈະຜັນຂະຫຍາຍບັນດາໂຄງການໂດຍ ຕວກກີ ເປັນຝ່າຍສະເໜີກ່ຽວກັບການແບ່ງປັນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ແມ່ຍິງ, ບຳລຸງສ້າງພະນັກງານ, ວິສາຫະກິດ ແລະ ຊຸກຍູ້ການລົງທຶນໂດຍໄວ.  
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top