• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີການຮັບມືກັບໄພທຳມະຊາດ

ເນື່ອງໃນໂອກາດກອງປະຊຸມຄັ້ງທີ 7 ເວທີປາໄສທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດ (GP2022) ເຊິ່ງດຳເນີນແຕ່ລະຫວ່າງວັນທີ 23 – 28 ພຶດສະພາ ຢູ່ເກາະ ບາລີ (ອິນໂດເນເຊຍ), ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນສັນຍາລະອຽດຫຼາຍຢ່າງ.
    
  ພາບນ້ຳຖ້ວມຢູ່ ໄທ (ພາບ: AFP/TTXVN)  

 ບັນດາປະເທດ ອາຊຽນ ເຫັນດີເພີ່ມທະວີຄວາມສາມາດຮັບມື ແລະ ຟື້ນຟູພາຍຫຼັງວິກິດຜ່ານການປະຕິບັດຂໍ້ລິເລີ່ມຍຸດທະສາດກ່ຽວກັບການເພີ່ມທະວີກຳລັງແຮງສັງລວມ ອາຊຽນ ເພື່ອຮັບມືກັບໄພພິບັດ; ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດ ເພື່ອແນໃສ່ຕອບສະໜອບການປະຕິບັດ ຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນການປະສານໂຄງການດຳເນີນງານກ່ຽວກັບການຄຸ້ມຄອງ ແລະ ຮັບມືກັບໄພທຳມະຊາດເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ສົ່ງເສີມການປະກອບສ່ວນຂອງປະຊາຊົນ ແລະ ວິທີສຳຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫຼັງໄພທຳມະຊາດ, ມຸ່ງໄປເຖິງການສ້າງກົນໄກໃຫ້ແກ່ປະຊາຊົນ ອາຊຽນ ປະກອບສ່ວນໜູນຊ່ວຍການຫຼຸດຜ່ອນໄພທຳມະຊາດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top