• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຊຸກຍູ້ບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານການຄ້າມະນຸດ

ການນຳອາຊຽນ ທຸກທ່ານລ້ວນແຕ່ສົນໃຈເຖິງບັນຫານີ້, ໃນສະພາບການບັນດາຄະດີຄ້າມະນຸດເກີດຂຶ້ນນັບມື້ນັບຫຼາຍຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້...
  ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ  

ອາດຊະຍາກຳຄ້າມະນຸດ ແມ່ນໜຶ່ງໃນບັນດາບັນຫາທີ່ ອິນໂດເນເຊຍ ຈະຍົກອອມາປຶກສາຫາລືທີ່ກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ ຈະມາເຖິງ, ຢູ່ເຂດຕາດອາກາດ Labuan Bajo, ຂຶ້ນກັບແຂວງ Nusa Tenggara ຕາເວັນອອກຂອງປະເທດນີ້. ວັນທີ 1 ພຶດສະພາ, ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດຂອງອິນໂດເນເຊຍ ໃຫ້ຮູ້ວ່າ: ການນຳອາຊຽນ ທຸກທ່ານລ້ວນແຕ່ສົນໃຈເຖິງບັນຫານີ້, ໃນສະພາບການບັນດາຄະດີຄ້າມະນຸດເກີດຂຶ້ນນັບມື້ນັບຫຼາຍຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຮູບແບບຫຼອກລວງໂດຍນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ. ຄາດວ່າ, ບັນດາການນຳ ອາຊຽນ ກໍ່ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຕ້ານອາດຊະຍາກຳຄ້າມະນຸດ ໂດຍສວຍໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ຂຶ້ນ. ທ່ານ Faizasyah ຕີລາຄາອາດຊະຍາກຳຄ້າມະນຸດພວມນັບມື້ນັບສັບສົນຢູ່ ອິນໂດເນເຊຍ. ດັ່ງນັ້ນ, ບັນດາຄວາມມານະພະຍາຍາມຄຸ້ມຄອງໃນຂອບເຂດພາກພື້ນແມ່ນຈຳເປັນທີ່ສຸດ, ຈາກໄລຍະຄົ້ນພົບ, ສະກັດກັ້ນ, ປົກປ້ອງ, ສົ່ງກັບເມືອປະເທດ ຕະຫຼອດຮອດການແກ້ໄຂເຖິງກົກເຖິງຮາກຂອງບັນຫາ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top