• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຫວຽດນາມຫັນວິກິດການກາຍເປັນກາລະໂອກາດຢ່າງສຳເລັດຜົນ"

      ມີເອກະສານກ່ວາ 80 ສະບັບໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ (12 – 15 ພະຈິກ) ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຫັນວິກິດການກາຍເປັນກາລະໂອກາດ. 

ທ່ານ Lim Sungnam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳອາຊຽນ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ (ພາບ:TTXVN)
      ຫວຽດນາມໄດ້ປະຕິບັດ ວຽກງານໄດ້ດີທີ່ສຸດ. ນີ້ແມ່ນການຢັ້ງຢືນຂອງ ທ່ານ Lim Sungnam ເອກອັກຄະລັດຖະທູດ ສ.ເກົາຫຼີປະຈຳ ອາຊຽນ ໃນການຕອບສຳພາດຕໍ່ນັກຂ່າວ ຢູ່ຈາກາຕາ, ໃນວັນທີ 18 ພະຈິກ. ທ່ານ Lim Sungnam ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ “ປະຕິບັດວຽກງານຂອງຕົນໄດ້ເປັນຢ່າງດີທີ່ສຸດ” ແລະ ປະຕິບັດບັນດາກອງປະຊຸມຂັ້ນສູງໃນອາທິດແລ້ວນີ້ ປະສົບຜົນສຳເລັດຢ່າງຈົບງາມໃນທັງ 3 ຂົງເຂດ. ກ່ອນອື່ນໝົດ, ອາຊຽນ ພ້ອມກັບບັນດາປະເທດຄູ່ເຈລະຈາ ແລະ ປະຊາຄົມໃນພາກພື້ນ  ສາມາດຢັ້ງຢືນໄດ້ ຄຳໝັ້ນສັນຍາການຮ່ວມມືໃນການປ້ອງກັນ, ຕ້ານ ໂລກລະບາດ ໂຄວິດ - 19. ທີ 2 ແມ່ນ, ອາຊຽນໄດ້ຍົກອອກແຜນການລະອຽດໃຫ້ແກ່ການຟື້ນຟູເສດຖະກິດໄລຍະຫຼັງ ໂລກລະບາດໂຄວິດ - 19 ທີ່ມີຊື່ວ່າ “ແຜນການຟຶ້ນຟູອາຊຽນຢ່າງຮອບດ້ານ ACRF ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຄົມພາກພື້ນຫຼາຍທີ່ສຸດ. ສຸດທ້າຍ ແມ່ນການລົງນາມສັນຍາ RCEF - ເຊິ່ງແມ່ນຂີດໝາຍປະຫວັດສາດ. RCEP ຈະແມ່ນຂອບເຂດທີ່ມີສຳຄັນທີ່ສຸດເພື່ອເປີດກ້ວາງການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ທົ່ວໂລກໃຫ້ຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 
 
 

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top