• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊີ ໄດ້ຮັບການຄາດຄະເນວ່າບັນລຸລະດັບການເຕີບໂຕເສດຖະກິດແຖວໜ້າຂອງໂລກ

ນີ້ແມ່ນຂໍ້ສະຫລຸບໃນບົດລາຍງານທີ່ມີຫົວຂໍ້ວ່າ “ບົດລາຍງານປະຈຳປີກ່ຽວກັບກຳລັງແກ່ງແຍ້ງຂອງ ອາຊີ ໃນປີ 2018”


ການປະຊຸມຂ່າວໃນຂອບເຂດກອງປະຊຸມປະຈຳປີຂອງເວທີປາໄສ ອາຊີ ປົວຢ໋າວ, ຊຶ່ງຖືກຈັດຕັ້ງໃນແຂວງ ໄຮ໋ໜານ,
ທາງພາກໃຕ້ ປະເທດ ຈີນ . 
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

ອາຊີ ພວມຮັກສາລະດັບເຕີບໂຕເປັນປົກກະຕິ ແລະ ຄາດວ່າຈະນຳໜ້າໂລກກ່ຽວກັບການພັດທະນາເສດຖະກິດໃນສະພາບການຟື້ນຕົວຂອງບັນດາພື້ນຖານເສດຖະກິດໃຫຍ່ທີ່ຍັງອ່ອນແອ. ນີ້ແມ່ນຂໍ້ສະຫລຸບໃນບົດລາຍງານທີ່ມີຫົວຂໍ້ວ່າ “ບົດລາຍງານປະຈຳປີກ່ຽວກັບກຳລັງແກ່ງແຍ້ງຂອງ ອາຊີ ໃນປີ 2018”, ປະກາດໃນການປະຊຸມຂ່າວໃນຂອບເຂດກອງປະຊຸມປະຈຳປີຂອງເວທີປາໄສ ອາຊີ ປົວຢ໋າວ, ຊຶ່ງຖືກຈັດຕັ້ງໃນແຂວງ ໄຮ໋ໜານ, ທາງພາກໃຕ້ ປະເທດ ຈີນ.

        ບົດລາຍງານຕີລາຄາວິວັດທະນາການເຊື່ອມໂຍງດ້ານເສດຖະກິດ ອາຊີ ບັນລຸໄດ້ຫຼາຍຄວາມກ້າວໜ້າຢ່າງວ່ອງໄວ, ແລະ ເລື່ອງສົມທົບກັນປະຕິບັດຍຸດທະສາດແຫ່ງການພັດທະນາການຕະຫຼາດສາກົນລວມລະຫວ່າງບັນດາພື້ນຖານເສດຖະກິດຈະສືບຕໍ່ນຳມາເຊິ່ງທ່າແຮງແຫ່ງການພັດທະນາຫຼາຍຢ່າງ, ກໍ່ຄືຮັບປະກັນບັນດາພື້ນຖານເສດຖະກິດ ອາຊີ ທີ່ກ່ຽວຂ້ອງເປັນປົກກະຕິກ່ວາ ແລະ ພັດທະນາດີກ່ວາໃນອະນາຄົດ.

(ແຫຼ່ງຄັດຈາກ VOV)


ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top