• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7

      ພາຍຫລັງຈັດຕັ້ງມາເປັນເວລາກ່ວາ 1 ອາທິດ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຕອນຄ່ຳວັນທີ 16 ມີນາ, ທີ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ດຳເນີນພິທີອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019.

ພິທີອັດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019
      ງານບຸນດຳເນີນແຕ່ວັນທີ 9 – 16 ມີນາ, ໄດ້ດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ແຂວງ ດັກລັກ ປະມານ 50.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 6000 ຄົນ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນຕ໊ວນຮ່າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນຕີລາຄາວ່າ:
        ຜົນສຳເລັດຂອງງານບຸນແມ່ນແຫຼ່ງກຳລັງໜູນຢ່າງແຮງ ສືບຕໍ່ເຊີດຊູຜະລິດຕະພັນກາເຟ ຫວຽດນາມ. ພິເສດແມ່ນເຄື່ອງໝາຍການຄ້າ ແລະ ທີ່ຕັ້ງພູມສາດ ກາເຟ ບວນມາທວດ ບົນເວທີສາກົນ; ໂຄສະນາການພັດທະນາກາເຟເປັນອາຫານພິເສດ, ດ້ວຍຄວາມຄາດຫວັງ ນຳ ບວນມາທວດ ກາຍເປັນຈຸດນັດພົບຂອງ ກາເຟໂລກ.
 (ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top