ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີເປັນເອກະພາບຢ່າງສູງ ຮັບຮອງເອົາບັນດາມະຕິ ແລະ ບົດສະຫລຸບຂອງສູນກາງພັກ ດ້ວຍ 4 ເນື້ອໃນ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ
ຕອນເຊົ້າວັນທີ 11 ຕຸລາ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງ ພາຍຫລັງເຮັດວຽກຢ່າງເຂັ້ມງວດ, ປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບມາເປັນເວລາ 7 ວັນ ແລະ ໄດ້ສຳເລັດເນື້ອໃນທີ່ໄດ້ວາງອອກຢ່າງຄົບຊຸດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ບັນດາກຳມະການສູນກາງພັກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລືຢ່າງກົງໄປກົງມາ, ປະກອບຄຳເຫັນສຳຄັນຫລາຍຢ່າງ ເຂົ້າໃນບັນດາບົດລາຍງານ ແລະ ແຜນຮ່າງ. ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີເປັນເອກະພາບຢ່າງສູງ ຮັບຮອງເອົາບັນດາມະຕິ ແລະ ບົດສະຫລຸບຂອງສູນກາງພັກ ດ້ວຍ 4 ເນື້ອໃນ: ສະພາບການເສດຖະກິດ - ສັງຄົມ ແລະ ການເງິນ - ງົບປະມານປີ 2017, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນການເງິນ - ງົບປະມານປີ 2018; ເພີ່ມທະວີວຽກງານປົກປ້ອງ, ສົ່ງເສີມ, ຍົກສູງສຸຂະພາບຂອງປະຊາຊົນ ແລະ ວຽກງານປະຊາກອນໃນສະພາບການໃໝ່; ສືບຕໍ່ປ່ຽນໃໝ່ລະບົບການຈັດຕັ້ງ ແລະ ການຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນແຫ່ງການເຄື່ອນໄຫວຂອງຫົວໜ່ວຍພາລະກິດພາກລັດ. ກ່ຽວກັບວຽກງານພະນັກງານ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລື, ຕີລາຄາສູງການກະກຽມ ແລະ ເຫັນດີເປັນເອກະພາບຢ່າງສູງກັບຂໍ້ສະເໜີຂອງກົມການເມືອງກ່ຽວກັບການເລືອກຕັ້ງເພີ່ມເຕີມກຳມະການ 2 ທ່ານເຂົ້າໃນຄະນະເລຂາສູນກາງພັກຊຸດທີ 12. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ:
“ສະເໜີແຕ່ລະກຳມະການຄະນະບໍລິຫານງານສູນກາງພັກ ແລະ ພະນັກງານ, ສະມາຊິກພັກ, ລັດຖະກອນທຸກຄົນ ຄວນຝຶກຝົນຫຼໍ່ຫຼອມເປັນປະຈຳ. ນັບແຕ່ນີ້ເປັນຕົ້ນໄປ, ບໍ່ວ່າໃນກໍລະນີໃດໆ ທີ່ລະເມີດວິໄນລະບຽບຂໍ້ບັງຄັບ, ພວກເຮົາຕ້ອງແກ້ໄຂຢ່າງເຂັ້ມງວດ, ປະຕິບັດຢ່າງຂ້ຽວຂາດແຕ່ຂັ້ນເທິງລົງຮອດຂັ້ນລຸ່ມ ເພື່ອຮັກສາລະບຽບວິໄນ, ຂໍ້ບັງຄັບຂອງພັກໄວ້ໃຫ້ໝັ້ນຄົງ, ເພື່ອຟື້ນຟູຄວາມໄວ້ເນືື້ອເຊື່ອໃຈ ແລະ ນ້ຳໃຈຮັກແພງເຄົາລົບນັບຖືຂອງປະຊາຊົນ.”

(ແຫຼ່ງຄັດຈາກ VOV)