• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 35 ຂອງ ຄະນະປະຈໍາສະພາແຫ່ງຊາດ

ກອງປະຊຸມຄັ້ງທີ 35 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ອັດລົງ   ໃນຕອນເຊົ້າວັນທີ 17 ກໍລະກົດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນກ່າວຄໍາເຫັນສະຫຼຸບກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 17 ກໍລະກົດ, ກອງປະຊຸມຄັ້ງທີ 35 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ອັດລົງ. ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະບານ, ສະພາຊົນເຜົ່າ, ບັນດາກໍາມາທິການຂອງສະພາແຫ່ງຊາດ ຈົ່ງຕິດຕາມໃກ້ຊິດເນື້ອໃນຈິດໃຈ ແລະ ທຸກເນື້ອໃນຂອງກອງປະຊຸມ ເພື່ອສືບຕໍ່ຄົ້ນຄວ້າສ້າງຮ່າງກົດໝາຍ 4 ສະບັບ, ບົດລາຍງານ, ຮ່າງມະຕິ ເພື່ອຍື່ນສະເໜີໃຫ້ປະກາດໃຊ້. ພ້ອມທັງເປັນເຈົ້າການໃນວຽກງານກະກຽມໃຫ້ແກ່່ກອງປະຊຸມຄັ້ງທີ 8, ກ່່ອນອື່ນໝົດແມ່ນກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄັ້ງທີ 36 ຂອງຄະນະປະຈໍາສະພາແຫ່່ງຊາດ. ກ່ຽວຂ້ອງເຖິງແຜນນະໂຍບາຍລົງທຶນກໍ່ສ້າງ ໂຄງການສະພາແຫ່ງຊາດເອເລັກໂຕນິກ ໄລຍະ 2019 – 2026, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ:

        “ແຜນຮ່າງດັ່ງກ່າວ ບໍ່ແມ່ນໂຄງການລົງທຶນ. ແຜນຮ່າງດັ່ງກ່າວ ແມ່ນເພື່ອກໍານົດທິດກອບພື້ນຖານນິຕິກໍາ ເພື່ອສ້າງສະພາແຫ່ງຊາດເອເລັກໂຕນິກເປັນເທື່ອລະກ້າວ. ສະໜີສະພາແຫ່ງຊາດ, ລັດຖະບານ, ບັນດາອົງການຈັດຕັ້ງໃນລະບົບການເມືອງເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສົມທົບກັນສ້າງປະຕູຖານຂໍ້ມູນຂ່າວເອເລັກໂຕນິກເຊື່ອມໂຍງ ດ້ວຍສາງຂໍ້ມູນຂ່າວສານລວມ, ມີລັກສະນະຄົບຊຸດ, ຍົກສູງປະສິດທິຜົນຂອງບັນດາອົງການຈັດຕັ້ງ ແລະ ລັກສະນະເຊື່ອມໂຍງລະຫວ່າງບັນດາອົງການລັດ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top