ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກັບທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ໃນວັນທີ 27 ກຸມພາ ຢູ່ວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ບັນດາການເຈລະຈາເພື່ອແນໃສ່ສິ້ນສຸດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພວມໄດ້ດຳເນີນຢ່າງສະດວກ. ທ່ານ Trump ໃຫ້ຮູ້ວ່າ ທ່ານໄດ້ດຳເນີນການໂທລະສັບຫຼາຍຄັ້ງທີ່ມີລັກສະນະປະຫວັດສາດກັບ ຄູ່ຮ່ວມຕຳແໜ່ງລັດເຊຍ Vladimir Putin, ພ້ອມທັງຢັ້ງຢືນວ່າ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຈະໄປຢ້ຽມຢາມ ວໍຊິງຕັນໃນວັນທີ 28 ກຸມພາ (ຕາມເວລາອາເມລິກາ) ແລະ ສອງຝ່າຍຄາດວ່າຈະເຊັນຂໍ້ຕົກລົງວ່າດ້ວຍບໍ່ແຮ່. ທ່ານ Donald Trump ເນັ້ນໜັກວ່າ:
ວິວັດການມຸ່ງໄປເຖິງສັນຕິພາບຈະສືບຕໍ່ເມື່ອທ່ານປະທານາທິບໍດີ Zelensky ໄປຢ້ຽມຢາມ ທຳນຽບຂາວ. ນະທີ່ນີ້, ພວກຂ້າພະເຈົ້າຈະເຊັນຂໍ້ຕົກລົງຄັ້ງປະຫວັດສາດເພື່ອຊ່ວຍອາເມລິກາ ກາຍເປັນຄູ່ຮ່ວມມືຍຸດທະສາດໃຫຍ່ໃນການພັດທະນາບໍ່ແຮ່ຂອງຢູແກຼນຄື: ດິນຫາຍາກ, ນ້ຳມັນ ແລະ ອາຍແກັດ.