• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທັກ​ສິນ ຂໍ​ອະ​ໄພ​ໂທດ

ວັນທີ 31 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳ ໄທ, ວິດສະນຸ ເຄືອງາມ ໃຫ້ຮູ້ວ່າ ທ່ານອະດີດນາຍົກລັດຖະມົນຕີ ໄທ, ທັກສິນ ຊິນນະວັດ ໄດ້ຍື່ນໃບຄຳຮ້ອງຂໍອະໄພໂທດຕໍ່ພະບໍລົມວົງສານຸວົງ ໄທ.
ທ່ານ ອະດີດນາຍົກລັດຖະມົນຕີ ໄທ ທັກສິນ ຂໍອະໄພໂທດ (ພາບ: Reuters)
ຕາມທ່ານ ວິດສະນຸ  ແລ້ວ, ພາຍຫຼັທີ່ໄດ້ຮັບໃບຄຳຮ້ອງ ແລະ ສຳເນົາເອກະສານຂໍອະໄພໂທດຂອງທ່ານອະດີດນາຍົກລັດຖະມົນຕີ ທັກສິນ ແລ້ວ, ກະຊວງຍຸຕິທຳ ຈະດຳເນີນການພິພາກສາ, ປະເມີນຄືນເອກະສານທຸກສະບັບ ກ່ອນທີ່ສະເໜີຕໍ່ຫ້ອງວ່າການນາຍົກລັດຖະມົນຕີ. ຈາກນັ້ນ, ສຳເນົາເອກະສານຂໍອະໄພໂທດ ຈະໄດ້ຍື່ນສະເໜີຕໍ່ສະພາກົດລັບ, ເຊິ່ງເປັນອົງການຊ່ວຍວຽກໃຫ້ແກ່ພະບໍລົມວົງສານຸວົງ ໄທ. ສະພາກົດລັບ ຈະພິຈາລະນາ ແລະ ຍົກອອກຂໍ້ສະເໜີເພື່ອໃຫ້ເຈົ້າຊີວິດໃຫ້ສັດຕະຍາບັນ. ຂັ້ນຕອນດັ່ງກ່າວ ອາດຈະແກ່ຍາວແຕ່ 1 – 2 ເດືອນ. ນອກຈາກນັ້ນແລ້ວ, ເລື່ອງພິຈາລະນາສຳເນົາເອກະສານຂໍອະໄພໂທດຂອງທ່ານອະດີດນາຍົກລັດຖະມົນຕີ ທັກສິນ ອາດຈະໂດຍລັດຖະບານຊຸດໃໝ່, ໂດຍພັກເພື່ອ ໄທ ຊີ້ນຳ, ດຳເນີນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top