• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ້ອງຮຽນບໍ່ມີພົມແດນ: ມາດຕະການໃນການຮ່ຳ ຮຽນຢ່າງມີປະສິດທິຜົນໜູນຊ່ວຍນັກຮຽນຮ່ຳຮຽນໄດ້ທຸກເວລາ

      ນີ້ແມ່ນຮູບແບບການຮ່ຳຮຽນຜ່ານທາງໂທລະພາບໃນຂອບເຂດທົ່ວປະເທດ.

ສະຖານີໂທລະພາບດີຈີຕອນ VTC ໄດ້ສົມທົບກັບລະບົບການສຶກສາ Hocmai
ສ້າງລາຍການຫ້ອງຮຽນຜ່ານທາງໂທລະພາບ
(ພາບ: hocmai)
      ບໍ່ໄດ້ໄປໂຮງຮຽນຍ້ອນໂລກລະບາດໂຄວິດ-19 ເຮັດແນວໃດບັນດານັກຮຽນ ຈຶ່ງຈະໄດ້ຮ່ຳຮຽນ, ທວນຄືນບົດຮຽນ. ນັ້ນບໍ່ພຽງແຕ່ແມ່ນຄວາມເປັນຫ່ວງເປັນໄຍຂອງຜູ້ປົກຄອງເທົ່ານັ້ນ, ຫາກຍັງແມ່ນຂອງບັນດາຄູອາຈານອີກດ້ວຍ. ເພື່ອແນໃສ່ຫັນບັນດາແຜນນະໂຍບາຍຂອງລັດຖະບານໃຫ້ລະອຽດກ່ຽວກັບການສ້າງເງື່ອນໄຂໃຫ້ດີທີ່ສຸດເພື່ອຊ່ວຍເຫຼືອພວກນ້ອງນັກຮຽນໄດ້ຮ່ຳຮຽນໃນເວລາພັກໂຮງຮຽນ, ສະຖານີໂທລະພາບດີຈີຕອນ VTC ໄດ້ສົມທົບກັບລະບົບການສຶກສາ Hocmai (ແປ່ວ່າຮຽນຕະຫຼອດໄປ)  ສ້າງລາຍການຫ້ອງຮຽນຜ່ານທາງໂທລະພາບ. ນີ້ແມ່ນຮູບແບບການຮ່ຳຮຽນຜ່ານທາງໂທລະພາບໃນຂອບເຂດທົ່ວປະເທດ.
        ນັບແຕ່ວັນທີ 06 ເມສາ ເປັນຕົ້ນໄປ, ສະຖານີໂທລະພາບດີຈີຕອນ VTC ແລະ ລະບົບການສຶກສາ Hocmai ສືບຕໍ່ຮ່ວມມືກັນ ເພື່ອອອກອາກາດບັນດາບົດສອນ, ບົດທວນຄືນສອບເສັງ ໂຮງຮຽນມັດທະຍົມຕອນປາຍແຫ່ງຊາດປີ 2020 ໃນລາຍການ “ຫ້ອງຮຽນບໍ່ມີພົມແດນ”. ບັນດາບົດສອນ ຈະຊ່ວຍໃຫ້ນັກຮຽນໄດ້ ທວນຄືນຄວາມຮູ້, ວິທີການ, ທັກສະທີ່ຈຳເປັນ ເພື່ອກະກຽມໃຫ້ແກ່ການສອບເສັງຂັ້ນມັດທະຍົມຕອນປາຍແຫ່ງຊາດປີ 2020, ມຸ່ງໄປເຖິງເປົາໝາຍພິຈາລະນາຮັບຮອງການສອບເສັງ ຈົບຊັ້ນ ຜ່ານບັນດາບົດສອນທີ່ໄດ້ອອກອາກາດທາງໂທລະພາບ. ລາຍການ “ຫ້ອງຮຽນບໍ່ມີພົມແດນ” ຈະໜູນຊ່ວຍໃຫ້ນັກຮຽນສາມາດຮຽນໄດ້ໃນທຸກເວລາ ແລະ ບໍ່ວ່າຢູ່ແຫ່ງຫົນໃດ. ທ່ານ ຟານຈີ໊ ແທັງ, ຫົວໜ້າສູນປະສານງານລາຍການ, ສະຖານີໂທລະພາບດີຈີຕອນ VTC ໃຫ້ຮູ້ວ່າ.
        “ທາງສະຖານີໂທລະພາບ VTC ໄດ້ຈັດລາຍການຮ່ຳຮຽນຜ່ານທາງໂທລະພາບ ທີ່ມີຄວາມໝາຍອັນໃຫຍ່ຫຼວງ, ນັ້ນແມ່ນພາຍຫຼັງທີ່ພວກນ້ອງພັກໂຮງຮຽນຢູ່ເຮືອນເປັນເວລາດົນ, ຜ່ານລາຍການຮຽນທາງອອນລາຍນີ້ ພວກນ້ອງຈະໄດ້ຮ່ຳຮຽນ, ພົບປະ, ແລກປ່ຽນກັບບັນດາຄູອາຈານ. ສິ່ງທີ່ແຕກຕ່າງແມ່ນ ບັນດາຄູອາຈານບໍ່ໄດ້ພົບປະກັບນັກຮຽນໂດຍກົງ ແຕ່ຜ່ານທາງໂທລະພາບ ກໍ່ສາມາດຊ່ວຍໃຫ້ນັກຮຽນ ໄດ້ສະແດງຄວາມຮັກຕໍ່ໂຮງຮຽນ, ຄວາມກະຕືລືລົ້ນໃນການຮ່ຳຮຽນ. ເພາະສະນັ້ນ, ຜ່ານທາງຊ່ອງໂທລະພາບຂອງ VTC ທີ່ໄດ້ອອກອາກາດໄປໃນທົ່ວປະເທດ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງນັກຮຽນ ມີເງື່ອນໄຂໄດ້ຮ່ຳຮຽນ. ສິ່ງສຳຄັນ ລາຍການຮ່ຳຮຽນນີ້ແມ່ນບໍ່ໄດ້ເສຍເງິນ. ”
        ສະຖານີໂທລະພາບ VTC ໄດ້ຮ່ວມມືພ້ອມກັບລະບົບການສຶກສາ Hocmai ຈັດຕັ້ງການຖ່າຍວີດີໂອ ແລະ ຮຽບຮຽງເນື້ອໃນບົດຮຽນ ໃຫ້ແກ່ພວກນ້ອງນັກຮຽນປີສຸດທ້າຍ. ບົດທວນຄືນ ແລະ ຄວາມຮູ້ໃໝ່ສຳລັບບັນດາວິຊາຄື: ວິຊາເລກ, ວັນນະຄະດີ, ພາສາອັງກິດ. ເນື້ອໃນບົດສອນທີ່ໄດ້ອອກອາກາດໄປນັ້ນ ແມ່ນໄດ້ຕິດພັນກັບຫົວຂໍ້ສອບເສັງຈົບຊັ້ນມັດທະຍົມຕອນປາຍ ແຫ່ງຊາດໃນ 2 – 3 ປີມໍ່ໆມານີ້ ແລະ ບັນດາຫົວບົດສອບເສັງທົດລອງຂອງປີ 2020. ອາຈານ ດັ້ງກວາງຮືງ, ຮອງຫົວໜ້າລະບົບການສຶກສາ Hocmai, ໃຫ້ຮູ້ວ່າ.
        “ປະຈຸບັນ, ບັນດາລາຍການໃນລະບົບ Hocmai ໄດ້ສຸມໃສ່ໃຫ້ແກ່ນັກຮຽນສາມັນ ນັບແຕ່ຫ້ອງປໍ1 ຫາຫ້ອງມໍ 7 ດ້ວຍບັນດາວິຊາຮຽນຕົ້ນຕໍ. ຊ້ຳບໍ່ໜຳໃນແຕ່ລະວິຊາຮຽນ ພວກຂ້າພະເຈົ້າຍັງມີບັນດາລາຍການສະເພາະໃຫ້ແກ່ແຕ່ລະກຸ່ມເປົ້າໝາຍ, ແຕ່ລະຄວາມຕ້ອງການທີ່ແຕກຕ່າງກັນ, ນັບແຕ່ການສອນຄວາມຮູ້, ທວນຄືນບົດຮຽນລົງເລິກວິຊາ ຕະຫຼອດຮອດການຍົກສູງຄວາມຮູ້ອື່ນໆ…”
        ດ້ວຍເວລາອອກອາກາດ ແຕ່ລະວິຊາຄາດວ່າແມ່ນ 30 ນາທີ , ສ່ວນບົດສອນ ແມ່ນປະມານ 45 – 60 ນາທີ. ບັນດາບົດສອນທີ່ທາງ VTC ເອົາອອກອາກາດໄປນັ້ນ ລ້ວນແຕ່ແມ່ນບັນດາຄູອາຈານທ່ີມີປະສົບການ ໃນການ ສິດສອນໂດຍກົງ ແລະ ທາງອອນລາຍ ຢູ່ໃນເວັບໄຊ Hocmai.com. ທ່ານ ຟ້າມຢາງລິງ, ຜູ້ອຳນວຍການໃຫຍ່ລະບົບການສຶກສາ Hocmai, ແບ່ງປັນວ່າ.
        “ສຳລັບລາຍການໂທລະພາບຂອງ VTC ນັ້ນ, Hocmai ໄດ້ສ້າງຊ່ອງຖາມ-ຕອບ  ແລະ ຊ່ອງຕອບຮັບທາງອອນລາຍ ເພື່ອໃຫ້ຮູບແບບນີ້ ໄດ້ໜູນຊ່ວຍຮູບແບບການຮໍ່າຮຽນທາງໂທລະພາບທີ່ຂາດການຕອບຮັບໃຫ້ສົມບູນ. ນັກຮຽນສາມາດເຮັດບົດຝຶກຫັດພາຍຫຼັງຮຽນຈົບແຕ່ລະຊົ່ວໂມງ ຄືດັ່ງຮຽນຢູ່ໂຮງຮຽນ ແລະ ນັກຮຽນສາມາດສອບຖາມ, ມີການຕອບຮັບ, ພົວພັນກັບຜູ້ທີ່ເຂົ້າຮ່ວມການຮ່ຳຮຽນຜ່ານທາງໂທລະພາບນີ້.”
        ບັນດາວິຊາຮຽນຕ່າງໆເຊິ່ງຄາດວ່າຈະອອກອາກາດ ແມ່ນ: ວິຊາເລກ, ວັນນະຄະດີ, ພາສາອັງກິດ, ຟິຊິກສາດ, ເຄມີສາດ, ປະຫວັດສາດ… ແຕ່ລະວິຊາແມ່ນສອນຜ່ານທາງສະຖານີໂທລະພາບ VTC ເລີ່ມແຕ່ເວລາ 9 ໂມງ - 21 ໂມງ, ໃນຊ່ອງ VTC 8 ແລະ VTC 11. ນັກຮຽນກໍ່ສາມາດຮຽນຜ່ານໂປຼແກຼມ OTTVTC ແລະ ເວັບໄຊ: Protal.vtc.gov.vn. ໃນໄລຍະນີ້, ສະຖານີໂທລະພາບ VTC ລະບົບການສຶກສາ Hocmai ຈະສືບຕໍ່ຄົ້ນຄວ້າ, ປ່ຽນແປງໂຄງປະກອບຂອງລາຍການ ເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ປົກຄອງ ແລະ ນັກຮຽນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top