• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຕ້ອນຮັບຄະນະຜູ້ແທນ ສະພາທຸລະກິດ ອາເມລິກາ - ອາຊຽນ

ພັກ ແລະ ລັດ ຫວຽດນາມ ຖືເປັນສຳຄັນ ການພົວພັນກັບ ອາເມລິກາ, ໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: TTXVN)

ນີ້ແມ່ນການຢັ້ງຢືນຂອງທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ທີ່ການຕ້ອນຮັບຄະນະປະຕິບັດງານປະຈຳປີຂອງ ສະພາທຸລະກິດອາເມລິກາ - ອາຊຽນ (USABC) ລວມມີຜູ້ຕາງໜ້າການນຳ  ວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າຂອງອາເມລິກາ 40 ແຫ່ງເຊັ່ນ: Microsoft, Google, GE, FedEx… ໃນຕອນບ່າຍວັນທີ 13 ມີນາ, ຢູ່ຮ່າໂນ້ຍ.

ທ່ານ ຫງວຽນວັນບິ່ງ ກໍ່ໄດ້ເນັ້ນໜັກວ່າ ປະຊາຄົມວິສາຫະກິດ ອາເມລິກາ ໄດ້ ແລະ ຍາມໃດກໍ່ຈະຮັກສາບົດບາດສຳຄັນ ໃນວິວັດທະນາການພັດທະນາ ການພົວພັນສອງຝ່າຍ ແລະ ຊຸກຍູ້ບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ. ບົນເນື້ອໃນຈິດໃຈດັ່ງກ່າວ, ກໍ່ສະເໜີໃຫ້ USABC ແລະ ບັນດາວິສາຫະກິດ ອາເມລິກາ ສືບຕໍ່ເອົາໃຈໃສ່, ເປີດກ້ວາງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ເປັນຂົວເຊື່ອມຕໍ່ໃນການແນະນຳ ແລະ ດຶງດູດບັນດາວິສາຫະກິດໃໝ່ຂອງ ອາເມລິກາ ເຂົ້າມາດຳເນີນທຸລະກິດຍາວນານ, ໝັ້ນຄົງ ຢູ່ຫວຽດນາມ.

ສ່ວນບັນດາວິສາຫະກິດ ອາເມລິກາ, ຕ່າງກໍ່ປາຖະໜາຢາກໄດ້ຮັບການສະໜັບສະໜູນຈາກພັກ ແລະ ລັດ ຫວຽດນາມ ໃນການຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ; ພ້ອມກັນນັ້ນກໍຢັ້ງຢືນວ່າ: ການພັດທະນາການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ - ອາເມລິກາ ຢ່າງແຮງນັ້ນ ເປັນພື້ນຖານສຳຄັນ, ສ້າງກາລະໂອກາດຊຸກຍູ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດໃນໄລຍະທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top