• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)

      ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ, ວັນທີ 26 ມັງກອນ, ທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມແຂວງ ກວາງຕຸງ

ທ່ານຫົວໜ້າຄະນະຈັດຕັ້ງສູນກາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວາງຕຸງ (ຈີນ)
(ພາບ: TTXVN)
      ແລະ ມີການເຈລະຈາກັບທ່ານ ລີຊີ (Li Xi), ກຳມະການກົມການເມືອງ, ເລຂາຄະນະພັກແຂວງ ກວາງຕຸງ.
        ທີ່ການພົບປະເຈລະຈາ, ທ່ານລີຊີ ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາວຽກງານກໍ່ສ້າງພັກຂອງທ້ອງຖີ່ນ, ກ່ຽວກັບການພົວພັນ, ພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງແຂວງ ກວາງຕຸງ ກັບ ຫວຽດນາມ ໃນໄລຍະຜ່ານມາ, ລົງເລິກເຂົ້າໃນການແລກປ່ຽນກ່ຽວກັບທິດທາງເພີ່ມທະວີການຮ່ວມມືລະຫວ່າງແຂວງ ກວາງຕຸງ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.
ສ່ວນທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ການບຳລຸງສ້າງພະນັກງານ, ການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກລະຫວ່າງແຂວງ ກວາງຕຸງ ກັບບັນດາແຂວງ, ນະຄອນຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top