
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໋ງ ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນເຂດອຸທົກກະໄພ
ເມື່ອສຳຫລວດສະພາບຕົວຈິງວຽກງານແກ້ໄຂບັນດາສະຖານທີ່ອຸດຕັນທາງຄົມມະນາຄົມ ເຮັດໃຫ້ ເມື່ອງລາດ ຖືກຕັດແຍກເປັນໃນເວລາເກືອບ 10 ວັນ, ທ່ານ ຟ້າມມິງຈີ໋ງ ຮຽກຮ້ອງໃຫ້ແຂວງ ແທງຮ໋ວາ ລະດົມກຳລັງບຸກຄະລາກອນ, ພາຫະນະອຸປະກອນ, ຊີ້ນຳຢ່າງຂ້ຽວຂາດເພື່ອໃຫ້ທາງຄົມມະນາຄົມລຸລ່ວງໃນໄລຍະໄວທີ່ສຸດ. ທ່ານ ຟ້າມມິງຈີ໋ງ ກໍ່ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ແບ່ງປັນຄວາມຫຍຸ້ງຍາກໃຫ້ແກ່ພໍ່ແມ່ປະຊາຊົນບ້ານ ປ້ອງ, ຕາແສງ ຕາມຈູງ ພວມຖືກຍົກຍ້າຍຊົ່ວຄາວຢູ່ໂຮງຮຽນປະຖົມ, ພ້ອມມັງມອບຂອງຂວັນບໍລິຈາກຂອງຄະນະຈັດຕັ້ງສູນກາງພັກໃຫ້ແກ່ບັນດາຄອບຄົວຖືກເສຍຫາຍຈາກໄພທຳມະຊາດຜ່ານມາ.
(ແຫຼ່ງຄັດຈາກ VOV)