• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.
ການເຈລະຈາລະຫວ່າງສອງຝ່າຍ (An Đăng/TTXVN)

ຕອນເຊົ້າວັນທີ 26 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບຄະນະຜູ້ແທນການເມືອງຂັ້ນສູງໂດຍ ພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ. ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງບັນດາອົງການ, ກົມກອງສອງຝ່າຍໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສົມທົບກັນແບ່ງປັນບົດຮຽນໃນວຽກງານການກໍ່ສ້າງ, ປັບປຸງຮາກຖານການເມືອງຢູ່ທ້ອງຖິ່ນ; ຮັກສາຮູບແບບການເຄື່ອນໄຫວແຮກສ່ຽວ “ປ້ອມ - ດ່ານມິດຕະພາບ, ຊາຍແດນສະຫງົບສຸກ” ຢ່າງມີປະສິດທິຜົນ; ຂະບວນການເຂດຊຸມຊົນເປັນແຮກສ່ຽວຢູ່2 ຟາກຊາຍແດນຂອງສອງປະເທດ. ສືບຕໍ່ຖືເປັນສຳຄັນການຮ່ວມມືບຳລຸງກໍ່ສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ; ສືບຕໍ່ສົມທົບກັນ, ຊີ້ນຳວຽກງານຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວກັບຄືນເມືອປະເທດ. ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສ ແລະ ກົນໄກຫຼາຍຝ່າຍ…

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນການເມືອງຂັ້ນສູງ ກອງທັບປະຊາຊົນລາວ ນຳໂດຍທ່ານພົນໂທ ທອງລອຍ ສີລິວົງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top