• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສາກົນຕີລາຄາຢ່າງຕັ້ງໜ້າກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ

ເວັບໄຊ straitstimes.com (ສິງກະໂປ) ຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕໄວທີ່ສຸດຢູ່ ອາຊີ ໃນປີ 2022.
  (ພາບປະກອບ: TTXVN)  

ວັນທີ 30 ທັນວາ, ສຳນັກຂ່າວສານຫຼາຍແຫ່ງ ແລະ ອົງການສື່ມວນຊົນສາກົນໄດ້ອອກຂ່າວກ່ຽວກັບເສດຖະກິດ ຫວຽດນາມ ທີ່ລະເບີດຂຶ້ນ ດ້ວຍຍອດຜະລິດຕະພັນພາຍໃນ (GDP) ປີ 2022 ເພີ່ມຂຶ້ນ 8,02%.

ເວັບໄຊ straitstimes.com (ສິງກະໂປ) ຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕໄວທີ່ສຸດຢູ່ ອາຊີ ໃນປີ 2022. CNN ເອີ້ນນີ້ແມ່ນລະດັບໄວທີ່ສຸດນັບແຕ່ປີ 1997, ໃນຂະນະທີ່ BCC ເນັ້ນໜັກວ່າ ນີ້ແມ່ນລະດັບສູງສຸດໃນໄລຍະ 2011 – 2022 ແລະ ກຳລັງໜູນຕົ້ນຕໍສ້າງທ່າເຕີບໂຕທີ່ໜ້າປະທັບໃຈນີ້ ແມ່ນຂົງເຂດສົ່ງອອກ ແລະ ລາຍຮັບຂາຍຍ່ອຍຢ່າງແຮງ.

ຕາມສຳນັກຂ່າວສານ Sputnik (ລັດເຊຍ) ແລ້ວ, ຍ້ອນການເຕີບໂຕມະຫັດສະຈັນ, ດັດຊະນີໄພເງິນເຟີ້ຕ່ຳ, ການສົ່ງອອກ - ນຳເຂົ້າລະເບີດຂຶ້ນ, ພື້ນຖານການເມືອງໄດ້ຮັກສາເປັນປົກກະຕິ ແລະ ຜົນງານດ້ານການທູດດີເດັ່ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ຫາຍາກ ໃນສະພາບການຊຸດໂຊມ ແລະ ວິກິດການປົກຄຸມໃນທົ່ວໂລກ.

ຕາມສຳນັກຂ່າວານ Bloomberg (ອາເມລິກາ), ໃນໄຕມາດທີ 4 ປີ 2022, ເສດຖະກິດ ຫວຽດນາມ ເຕີບໂຕໄວກວ່າການຄາດຄະເນ, ເປັນສັນຍາໃຫ້ທ່າສືບຕໍ່ເຕີບໂຕພາຍຫຼັງໂລກລະບາດໂຄວິດ-19. ໃນປີ 2022, ຫວຽດນາມ ສົ່ງອອກເກີນດຸນດ້ວຍຈຳນວນເງິນ 11,2 ຕື້ USD, ສູງກວ່າລະດັບ 3,32 ຕື້ USD ຂອງປີ 2021.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top