• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ເປົ້າ​ໝາຍ​ເພື່ອ​ປະ​ເທດ​ຫວຽດ​ນາມ ຮຸ່ງ​ເຮືອງເຂັ້ມ​ແຂງ​ໃນ​ປີ 2045 ປະ​ກົດ​ຜົນ​ເປັນ​ຈິງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ເປັນປະທານ“ການໂອ້ລົມສົນທະນາປີ 2045” (ພາບ: baochinhphu.vn)

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າວິສາຫະກິດ, ກຸ່ມບໍລິສັດໃຫ່ຍປະມານ 50 ແຫ່ງ ແລະ ບັນດານັກປັນຍາຊົນ ໄດ້ປະກອບຄຳເຫັນດ້ວຍຄວາມຕັດສິນໃຈ, ຄືດັ່ງຄຳຄຳເວົ້າຂອງທ່ານນາຍົກລັດຖະມົນຕີທີ່ວ່າ “ພ້ອມກັນກະທຳ, ພ້ອມກັນຫັນຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ ກ່ຽວກັບປະເທດຫວຽດນາມ ຮຸ່ງເຮືອງເຂັ້ມແຂງ, ສະຫງ່າລາສີ, ເທົ່າທຽມກັບບັນດາປະເທດທະຫາອຳນາດໃນ 5 ທະວີບໃນປີ 2045 ຄືເນື້ອໃນຈິດໃຈ ຂອງກອງປະຊຸມໃຫ່ຍທົ່ວປະເທດ ພັກກອມມູນິດຫວຽດນາມ ຄັ້ງທີ 13” ໃຫ້ປະກົດຜົນເປັນຈິງ.
ທ່ານເຈືອງຢາບິນ, ປະທານກຸ່ມບໍລິສັດ FPT(ພາບ: baochinhphu.vn)

ທ່ານເຈືອງຢາບິນ, ປະທານກຸ່ມບໍລິສັດ FPT, ຫົວໜ້າຄະນະຄົ້ນຄວ້າພັດທະນາເສດຖະກິດພາກເອະຊົນ ຂອງສະພາທີ່ປຶກສາການປະຕິຮູບ ລະບຽບດ້ານບໍລິຫານຂອງນາຍົກລັດຖະມົນຕີ ຢືນຢັນວ່າ: ປະຊາຊົນຫວຽດນາມ ມີຄວາມມຸ່ງຫວັງລວມ ນັ້ນແມ່ນນຳປະເທດຊາດ ກາຍເປັນປະເທດ ເຂັ້ມແຂງແຮງກ້າ ແລະ ເພື່ອມີຄວາມມຸ່ງຫວັງນັ້ນຕ້ອງມີ “ຄວາມໄວ້ເນື່ອເຊື່ອໃຈທີ່ໃຫ່ຍຫຼວງ” ລະຫວ່າງລັດຖະບານ ແລະ ວິສາຫະກິດ. ປະຊາຄົມວິສາຫະກິດປາດຖະໜາ ຢາກໃຫ້ລັດຖະບານມີຄວາມເຊື່ອໝັ້ນຕໍ່ວິສາຫະກິດພາກເອກະຊົນຫວຽດນາມ:

ວິສາຫະກິດປາດຖະໜາ ຢາກໃຫ້ລັດຖະບານສ້າງນະໂຍບາຍ, ເຮັດວຽກງານໃຫ່ຍ, ສ່ວນວຽກງານລະອຽດແມ່ນວິສາຫະກິດເຮັດ. ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາວ່າ ລັດຖະບານຈະໜູນຊ່ວຍທຸກແນວຄວາມຄິດຂອງວິສາຫະກິດ. ເຮັດວຽກໃດທີ່ດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ເສດຖະກິດ ແລະ ດີຕໍ່ການເຕີບໂຕແມ່ນຄວນເຮັດ.

ຕາມທ່ານປະລິນຍາເອກ ໂດ້ແອັງຕວັນ, ອາຈານສອນຢູ່ມະຫາວິທະຍາໄລ Fulbright ແລ້ວ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດມີລະດັບການເຕີບໂຕແຮງ ປະມານ 7%/ປີ ແລະ ຖ້າຫາກຮັກສາໄດ້ລະດັບເຕີບໂຕນີ້, ຮອດປີ 2045, ຫວຽດນາມ ຈະບັນລຸມາດຖານລາຍຮັບສູງຂອງໂລກໄດ້. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ລັດຖະບານມີບົດບາດສຳຄັນທີ່ສຸດໃນການສ້າງ, ໜູນຊ່ວຍ, ຊຸກຍູ້ດ້ວຍນະໂຍບາຍ. ທ່ານປະລິນຍາເອກ ໂດ້ແອັງຕວັນ ຖືວ່າ:

ລັດຖະບານມີບົດບາດສຳຄັນທີ່ສຸດໃນການສ້າງ, ຊຸກຍູ້, ໜູນຊ່ວຍດ້ວຍຫຼາຍນະໂຍບາຍ ໃນຄວາມຄິດຂອງການນຳ ແມ່ນຮັບໃຊ້ປະຊາຊົນ. ຂ້າພະເຈົ້າຫວັງວ່າ ຫວຽດນາມ ນັບມື້ນັບຈະມີຫຼາຍນັກທຸລະກິດທີ່ເປັນຫົວໜ້າທີ່ດີເດັ່ນ, ມີຈິດໃຈກ້າຄິດກ້າທຳ, ຕັດສິນໃຈປະຕິບັດ, ຮັບໃຊ້ປະເທດຊາດ, ຮັບໃຫ້ປະຊາຊົນ. ມີຄວາມຮັບຜິດຊອບ-ກຽດສັກສີ-ມະໂນທຳ.

ທ່ານນາງຟ້າມທິເຟືອງຖາວ, ປະທານກຸ່ມບໍລິສັດ Sovico, ຜູ້ອຳນວຍການໃຫ່ຍ Vietjet Air (ພາບ: baochinhphu.vn)

 ທ່ານນາງຟ້າມທິເຟືອງຖາວ, ປະທານກຸ່ມບໍລິສັດ Sovico, ຜູ້ອຳນວຍການໃຫ່ຍ Vietjet Air, ຢືນຢັນວ່າ: “ການໂອ້ລົມສົນທະນາປີ 2045” ໄດ້ນຳມາເຊິ່ງການລະດົມກຳລັງໃຈອັນໃຫ່ຍຫຼວງໃນດ້ານຈິດໃຈສຳລັບນັກທຸລະກິດ, ຜູ້ຊົງຄຸນວຸດທິ ແລະ ນັກປັນຍາຊົນ. ຕາມທ່ານນາງ ຟ້າມທິເຟືອງຖາວ ແລ້ວ, ວິສາຫະກິດພາກເອກະຊົນ ຕ້ອງມີການປ່ຽນແປງໃນດ້ານຈິນຕະນາການ, ຄວາມຂ້ຽວຂາດ, ປະສິດທິຜົນຫຼາຍທີ່ສຸດ ດ້ວຍບັນດານະໂຍບາຍລຸລ່ວງຈາກລັດຖະບານ, ກະຊວງ ຂະແໜງການ, ທ້ອງຖິ່ນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ, ລະຫວ່າງບັນດາວິສາຫະກິດນຳກັນ:

   ພວກຂ້າພະເຈົ້າປາດຖະໜາວ່າ, ລັດຖະບານຈະມີຄວາມໄວ້ເນຶ້ອເຊື່ອໃຈຕໍ່ວິສາຫະກິດພາກເອກະຊົນ. ໜູນຊ່ວຍສ້າງບັນດາກຸ່ມເສດຖະກິດພາກເອກະຊົນທີ່ມີກຳລັງແຮງ ແລະ ເຄື່ອງໝາຍການຄ້າແຫ່ງຊາດ, ສາກົນ, ຊຸກຍູ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຂດກະສິກຳຊົນນະບົດ ແລະ ບັນດາບໍລິສັດ start up.

   ທ່ານໂດ້ມິນຟູ ປະທານສະພາບໍລິຫານທະນາຄານ  TPBank, ຕີລາຄາວ່າ: ປະຈຸບັນ, ພັກ ແລະ ລັດ ໄດ້ຕັ້ງເສດຖະກິດພາກເອກະຊົນ ຖືກກັບທີ່ຕັ້ງ ແລະ ບົດບາດຂອງເສດຖະກິດພາກເອກະຊົນ ຕາມທິດນັບມື້ນັບຕັ້ງໜ້າກ່ວາ. ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ເມື່ອທ້າຍປີ 2019, ເສດຖະກິດພາກເອກະຊົນກວມ 42% GDP ແລະ ປະກອບ 30% ເຂົ້າໃນງົບປະມານແຫ່ງລັດ. ສິ່ງສຳຄັນຄັນກ່ວາອີກ ນັ້ນແມ່ນ ເສດຖະກິດພາກເອກະຊົນ ໄດ້ສ້າງ 85% ວຽກເຮັດງານທຳໃຫ້ແກ່ພື້ນຖານເສະຖະກິດ. ແລະ ຮອດປີ 2030, ຄາດວ່າ ເສດຖະກິດພາກເອກະຊົນຈະກວມເອົາ 60% GDP ໃນອັດຕາສ່ວນຂອງພື້ນຖານເສດຖະກິດ.

 

   ກ່າວຄຳເຫັນສະຫລຸບ“ການໂອ້ລົມສົນທະນາປີ 2045”, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ປາດຖະໜາວ່າ: ທຸກວິສາຫະກິດຈະຮ່ວມແຮງຮ່ວມໃຈເຮັດໃຫ້ປະເທດຫວຽດນາມ ກາຍເປັນປະເທດຮຸ່ງເຮືອງເຂັ້ມແຂວງ, ເປັນແຫ່ງທີ່ບັນດານັກປັນຍາຊົນ, ຜູ້ມີຄວາມເກັ່ງກ້າສາມາດທຸກຄົນ ລ້ວນແຕ່ມີໂອກາດເພື່ອອຸທິດສ່ວນ, ຮັບໃຊ້, ມີຫຼາຍວິສາຫະກິດບືນຕົວຂຶ້ນ ກາຍເປັນກຸ່ມບໍລິສັດທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ໃນປີ 2045 ຈະແມ່ນພາບພົດທີ່ສວຍງາມ ຊື່ງຊາວຫວຽດນາມ ລຸ້ນປະຈຸບັນ ແລະ ອະນາຄົດທຸກຄົນ ຕ່າງກໍ່ມີໂອກາດເອົາວາດແຕ້ມຂອງຕົນໃສ່ພາບດັ່ງກ່າວ.    

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top