• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນເປັນດີຈີຕອນ: ກຳລັງໜູນໃນການພັດທະນາ

      ໜຶ່ງໃນບັນດາຂັ້ນຕອນບຸກທະລຸໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສ້າງພື້ນຖານເຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວ
ພາບປະກອບ: IADB
      ມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ຍົກໃຫ້ເຫັນການກຳນົດທິດຂອງບັນດາປັດໄຈຫຼັກແຫຼ່ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ກຳນົດທິດການພັດທະນາປະເທດຊາດ ໄລຍະ 2021 – 2030 ແລະ 6 ໜ້າທີ່ຈຸດສຸມໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ 13. ມະຕິໄດ້ຍົກອອກ 3 ບຸກລະລຸຍຸດທະສາດທີ່ໄດ້ກຳນົດວ່າ: ປະຕິບັດລະບອບລະບຽບການພັດທະນາຢ່າງຄົບຊຸດ ແລະ ສົມບູນແບບ. ປ່ຽນແປງໃໝ່ການຄຸ້ມຄອງປະເທດຊາດ ຕາມທິດທັນສະໄໝ, ແກ້ງແຍ້ງກັນຢ່າງມີປະສິດທິຜົນ.
        ໜຶ່ງໃນບັນດາຂັ້ນຕອນບຸກທະລຸໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສ້າງພື້ນຖານເຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວ.
        ວົງການນັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ພາຍຫຼັງໄລຍະເລີ່ມຕົ້ນການເຫັນເປັນດີຈີຕອນແຫ່ງຊາດນັ້ນ ທັງປີ 2021 ແລະ ໄລຍະ 2021 – 2025 ແມ່ນຈຸດເວລາເພື່ອເພີ່ມຄວາມໄວດ້ວຍບັນດາການກະທຳ, ວິທີການຜັນຂະຫຍາຍຢ່າງ ລະອຽດ ສຳລັບແຕ່ລະກະຊວງ, ຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນ. ດ້ວຍ 3 ເສົາຄ້ຳຫຼັກແຫຼ່ງໃນການຫັນເປັນດີຈີຕອນແຫ່ງຊາດແມ່ນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນນັ້ນ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກທີ່ໄດ້ສ້າງໂຄງການສະເພາະກິດກ່ຽວກັບການຫັນປະເທດຊາດເປັນດີຈີຕອນ ແລະ ໄດ້ຮັບການຮັບຮອງຈາກລັດຖະບານ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດຊາດໃນຍຸກສະໄໝໃໝ່.
        ທ່ານ ຫງວຽນແມັງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມໃຫ້ຮູ້ວ່າ:
        ເມື່ອພວກເຮົາຍອມຮັບສິ່ງໃໝ່ນັ້ນ, ເຕັກໂນໂລຢີໃໝ່ຂອງໂລກຈຶ່ງກັບມາ, ຜູ້ມີຄວາມເກັ່ງກ້າສາມາດໃນໂລກຈະກັບມາ ແລະ ພື້ນຖານອຸດສາຫະກຳໃໝ່ຈະປະກົດຂຶ້ນ. ຫວຽດນາມຈະສ້າງບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນທີ່ສົ່ງອອກໄດ້. ນີ້ແມ່ນວິທີການສຳຜັດທີ່ເໝາະສົມກັບການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອຕ້ອນຮັບຮູບແບບດຳເນີນທຸລະກິດໃໝ່, ຕ້ອນຮັບບັນດາຂໍ້ລິເລີ່ມການປະດິດຄິດສ້າງປ່ຽນແປງໃໝ່
 (ແຫຼ່ງຄັດຈາກ VOV)
 
 
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top