• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​​ຮຽກ​ຮ້ອງ​ຈີນ​ຈົ່ງ​ລົບ​ລ້າງ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້​ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ”

ວັນທີ 19 ເມສາ, ຕໍ່ໜ້າເລື່ອງ ລັດຖະບານຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າ“ເມືອງຊີຊາ” ແລະ “ເມືອງ ໜານຊາ” (ໝາຍເຖິງເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ) ເມື່ອວັນທີ 18 ເມສາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີແຈ້ງວ່າ:


 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: ຈຸງຮຽວ)


 "ຫວຽດນາມໄດ້ຢັ້ງຢືນຢ່າງແຮງເປັນຫຼາຍເທື່ອແລ້ວວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ທີ່ມີ ຕໍ່ 2 ໝູ່ເກາະເຈືອງຊາ, ຮ່ວາງຊາເຊິ່ງສອດຄອງກັບກົດໝາຍສາກົນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປະຕິເສດຢ່າງແຮງ ການສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ແລະ ບັນດາການກະທຳທີ່ກ່ຽວຂ້ອງຍ້ອນໄດ້ລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະ ບໍ່ໄດ້ຮັບຮູ້, ບໍ່ມີຜົນປະໂຫຍດຕໍ່ການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ກໍ່ຄວາມສັບສົນຂຶ້ນຕື່ມຢູ່ເຂດທະເລຕາເວັນອອກ, ພາກພື້ນ ແລະ ໂລກ. ຫວຽດນາມຮຽກຮ້ອງຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ, ຈົ່ງລົບລ້າງບັນດາຂໍ້ຕົກລົງທີ່ຜິດພາດກ່ຽວຂ້ອງເຖິງການກະທຳດັ່ງກ່າວ ແລະ ບໍ່ມີການກະທຳທີ່ຄ້າຍຄືກັນໃນອະນາຄົດ”.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top