• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ແບ່ງ​ປັນບົດ​ຮຽນ, ​ປະ​ສົບ​ການ​ຂອງ​ອາຊຽນໃນ​ສັບ​ປະ​ດາ​ປ້ອງ​ກັນ​, ຕ້ານການ​ກໍ່​ການ​ຮ້າຍ​ຂອງ ສ​ປ​ຊ

 ທີ່ພິທີອັດສັບປະດາປ້ອງກັນ, ຕ້ານການກໍ່ການຮ້າຍຂອງ ສປຊ (6 – 10 ກໍລະກົດ) ທີ່ດຳເນີນຢູ່ນະຄອນ ນິວຢອກ ປະເທດອາເມລິກາ, ວັນທີ 10 ກໍລະກົດ, ຫວຽດນາມ ໄດ້ແບ່ງປັນບົດຮຽນ, ປະສົບການຂອງອາຊຽນ ໃນການປ້ອງກັນ,ຕ້ານການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຂອງກຳລັງຫົວຮຸນແຮງ ຜ່ານການປະຕິບັດບັນດາສົນທິສັນຍາ ແລະ ແຜນການກະທຳລວມ.

ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ (ພາບ: TTXVN) 

ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ຖືວ່າ ຄວນເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາປະເທດໃນວຽກງານຄົ້ນພົບ, ສືບສວນສອບສວນ, ດຳເນີນຄະດີ ອາດຊະຍາກອນກໍ່ການຮ້າຍ ແລະ ບັນດາອາດຊະຍາກອນເປັນອັນຕະລາຍອື່ນ, ເພີ່ມທະວີການຄຸ້ມຄອງຊາຍແດນ ແລະ ປ້ອງກັນຕ້ານການອຸປະຖຳໃຫ້ແກ່ການກໍ່ການຮ້າຍ. ຕາມທ່ານ ດັ້ງດິ່ງກຸ໊ຍແລ້ວ, ຂໍກຸນແຈທີ່ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານການກໍ່ການຮ້າຍແມ່ນສະກັດກັ້ນແລະແກ້ໄຂບັນດາສາຍເຫດຕົ້ນຕໍ, ລວມມີບັນຫາຄວາມອຶດຫິວທຸກຍາກ, ການຈຳແນກການປະພຶດ, ບໍ່ຍຸຕິທຳ ແລະ ຂາດມີຄວາມສະເໝີພາບໃນສັງຄົມ…
(ແຫຼ່ງຄັດຈາກ VOV)
 

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top