ກອງປະຊຸມປະຈຳປີຄັ້ງທີ 63 ຂອງສະພາສິດທິມະນຸດ ສປຊ (7/9 - 7/10) ໄດ້ຈັດພິທີປິດຢູ່ເຊີແນວ, ໃນວັນທີ 7 ຕຸລາ ໄດ້ອັດກອງປະຊຸມປະຈຳປີ 3 ຄັ້ງຂອງສະພາໃນປີ 2026, ສ້າງຂີດໝາຍເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນຖານະຕຳແໜ່ງເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2026 – 2028.
ໃນຕະຫຼອດເວລາດຳເນີນກອງະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນຢູ່ບັນດາວາລປຶກສາຫາລື, ເຈລະຈາຂອງຮ່າງມະຕິເກືອບ 40 ສະບັບ ແລະ ບັນດາການປຶກສາຫາລື, ພ້ອມທັງອຸປະຖຳມະຕິ 8 ສະບັບ ແລະ ບົດກ່າວຄຳເຫັນລວມ 7 ບົດ ກ່ຽວກັບຫຼາຍບັນຫາ ທີ່ຫວຽດາມມີຄວາມສົນໃຈ ແລະ ໃຫ້ບຸລິມະສິດ, ພ້ອມກັນນັ້ນເປັນປະທານ ແລະ ເຂົ້າຮ່ວມບາງຂໍ້ລິເລີ່ມ, ການເຄື່ອນໄຫວຢູ່ນອກກອງປະຊຸມ, ດຶງດູດຄວາມສົນໃຈ, ການສະໜັບສະໜູນຂອງຜູ້ຕາງໜ້າຫຼາຍປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມມື.
ພົ້ນເດັ່ນແມ່ນ, ຫວຽດນາມເປັນປະທານ ແລະ ສະເໜີບົດກ່າວຄຳເຫັນລວມ ກ່ຽວກັບການຊັກວັກຊິນ ແລະ ເຂົ້າເຖິງວັກຊິນ ສຳລັບ 42 ປະເທດຮ່ວມອຸປະຖຳ. ຫວຽດນາມ ກໍ່ເປັນປະທານຈັດການໂອ້ລົມສົນທະນາ “ຊຸກຍູ້ສິດສຸຂະພາບຂອງຜູ້ອາຍຸສູງ, ມຸ່ງໄປເຖິງຂອບເຂດຮອບດ້ານເພື່ອແນໃສ່ຮັບປະກັນການຊົມໃຊ້ສິດທິມະນຸດຂອງຜູ້ອາຍຸສູງ”, ດ້ວຍການອຸປະຖຳຂອງ ຟີລິບປິນ ແລະ ສະໂລເວເນຍ. ຫວຽດນາມ ເຂົ້າຮ່ວມເປັນປະທານຮ່ວມ 2 ເຫດການ ຢູ່ນອກກອງປະຊຸມ ກ່ຽວກັບການເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານການຄ້າມະນຸດ ໃນສະພາບການສໍ້ໂກງຫລອກລວງອອນໄລ ແລະ ກ່ຽວກັບການຕີລາຄາບັນດາຄວາມມານະພະຍາຍາມ, ຜົນສຳເລັດຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສິດທິມະນຸດຂອງ ອາຊຽນ (AICHR).
ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ສະພາສິດທິມະນຸດ ສປຊ ຊຸດທີ 63 ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດ ຫວຽດນາມ ກ່ຽວກັບການເຄົາລົບນັບຖື, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດທິພົນລະເມືອງ; ຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ ແລະ ກຳລັງໜູນຂອງວິວັດການພັດທະນາ; ຖືຄວາມຜາສຸກ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນແມ່ນໄມ້ຫຼາວັດແທກ ແລະ ເປົ້າໝາຍສູ້ຊົນ.






