• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ອາ​ບ​ຟ​ຼິກ​ກາ​ກາງ ເຄົ​າ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສັນ​ຕິ​ພາບ

ວັນທີ 19 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ ສາທາລະນະລັດ ອາບຟຼິກກາກາງ ເພື່ອແນໃສ່ໜູນຊ່ວຍວິວັດການເລືອກຕັ້ງຢູ່ທີ່ນີ້ໃນທ້າຍເດືອນ ທັນວາ ປີນີ້ ແລະ ປະຕິບັດຂໍ້ຕົກລົງສັນຕິພາບທີ່ໄດ້ລົງນາມໃນເດືອນກຸມພາ 2019 ລະຫວ່າງ ລັດຖະບານປະເທດນີ້ກັບກຸ່ມປະກອບອາວຸດ 14 ກຸ່ມ. 

  ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ 

ມາຮອດປັດຈຸບັນ ໄດ້ມີ ຜູ້ສະຫມັກເລືອກຄັ້ງ 16 ຄົນ ພວມເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີ. ການຈົດທະບຽນຜູ້ມີສິດເລືອກຄັ້ງໄດ້ປະຕິບັດສຳເລັດແລ້ວ ແລະ ຄາດວ່າ ການເລືອກຕັ້ງຈະດຳເນີນໄປຖືກກັບຈຸດເວລາທີ່ວາງອອກໃນທ້າຍເດືອນທັນວາ. ເຖິງຢ່າງໃດກໍ່ຕາມ, ສະພາບຄວາມໝັ້ນຄົງ ຢູ່ ສາທາລະນະລັດ ອາບຟຼິກກາກາງຍັງສືບຕໍ່ມີການຜັນແປທີ່ຮ້າຍແຮງກ່ວາ ດ້ວຍເລື່ອງບັນດາກຸ່ມປະກອບອາວຸດໄດ້ລະເມີດຂໍ້ຕົກລົງສັນຕິພາບຢ່າງຕໍ່ເນື່ອງ, ເຮັດໃຫ້ຂາດສະຖຽນລະພາບ ແລະ ກໍ່ຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນທ້ອງຖິ່ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາຄວາມສົນໃຈລວມຂອງ ສປຊ ໃນການຕ້ອງຮັກສາສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິວັດການເລືອກຕັ້ງ ແລະ ຕ້ອງປະຕິບັດຂໍ້ຕົກລົງສັນຕິພາບຢ່າງເຂັ້ມງວດ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍ ສ.ອາບຟຼິກກາກາງ ແລະ ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນສຳຄັນຂອງບັນດາອົງການໃນພາກພື້ນຄື ສະຫະບອາບຟຼິກກາ, ປະຊາຄົມເສດຖະກິດ ອາບຟຼິກກາກາງ, ກໍ່ຄືບັນດາຄູ່ຮ່ວມມືສາກົນ ຕໍ່ສັນຕິພາບ ແລະ ສະຖຽນລະພາບ ຢູ່ ສ.ອາບຟຼິກກາກາງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top