ຂ່າວສານ
ຫວຽດນາມມອບຈົດໝາຍທາງການຄັດຄ້າຍເລື່ອງຈີນ ຈັດວາງຄຳສັ່ງຫ້າມການຫາປາຢູ່ທະເລຕາເວັນອອກ
ທີ່ການຖະແຫຼງຂ່າວຜິດປົກກະຕິທີ່ໄດ້ດຳເນີນໃນຕອນບ່າຍວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ໂດຍຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງ ຈີນຫາກໍ່ປະກາດຄຳສັ່ງຢຸດຕິການຫາປາຢູ່ ທະເລຕາເວັນອອກ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສະຖານທູດຈີນ ປະຈຳ ຮ່າໂນ້ຍ ແລະ ມອບຈົດໝາຍທາງການຄັດຄ້ານຄຳສັ່ງຫ້າມຫາປາ. ທ່ານນາງໃຫ້ຮູ້ວ່າ:
ຫຼັກໝັ້ນຂອງຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກແມ່ນສະເໝີຕົ້ນສະເໝີປາຍ, ເຊິ່ງໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ. ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະຮ່ວາງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຕໍ່ເຂດທະເລຂອງ ຫວຽດນາມ ທີ່ໄດ້ກຳນົດແມ່ນສອດຄ່ອງກັບ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982, ເຄົາລົບສິດຂອງຊາວປະມົງ ຫວຽດນາມ ທີ່ມີການເຄື່ອນໄຫວຢ່າງຊອບທຳໃນເຂດທະເລຂອງ ຫວຽດນາມ ແລະ ບັນດາເຂດທະເລນອກສິດອຳນາດສານຂອງ ປະເທດ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງທະເລອີງຕາມກົດໝາຍຢູ່ທະເລຕາເວັນອອກ.