• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປະ​ກອບ​ສ່ວນ ແລະ ນຳ ອາ​ຊຽນ ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ

ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2025) ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ອາຊຽນ, ຕອນຄ່ຳວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ.

        ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ໃຫ້ຄຳໝັ້ນສນັຍາສືບຕໍ່ປະກອບສ່ວນ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງ ອາຊຽນ ສາມັກຄີ, ມີຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຫຼາຍຮູບຫຼາຍສີ ແລະ ນຳ ອາຊຽນ ພັດທະນາຢ່າງວ່ອງໄວ, ຍືນຍົງ ອີງໃສ່ວິທະຍາສາດ, ເຕັກໂນລຢີ ແລະ ນະວັດຕະກຳ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ຮອດປີ 2030, ໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

Top