ສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການຕາມສິດອຳນາດຂອງຕົນຮີບເຮັ່ງປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນຢູ່ບັນດາແຂວງ, ນະຄອນທີ່ໄດ້ຮັບການສ້າງຕັ້ງຫຼັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວແຕ່ວັນທີ 01 ກໍລະກົດ 2025 ຢ່າງເປັນທາງການ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ຢັ້ງຢືນວ່າ:
“ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ບັນດາສະມາຊິກສະພາແຫ່ງຊາດມີຄວາມເປັນເອກະພາບສູງໂດຍຖືວ່າ ນີ້ແມ່ນແຜນນະໂຍບາຍໃຫຍ່ ແມ່ນເຫດການສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍທາງດ້ານປະຫວັດສາດ ແລະ ການເມືອງອັນສັກສິດທີ່ສຸດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ”.
ທ່ານນາງ ຫງວຽນທິທູຮ່າ ສະມາຊິກສະພາແຫ່ງຊາດ ແຂວງ ກວາງນິງ ຖືວ່າ:
“ບັນດາແຂວງພາຍຫຼັງໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂທຳມະຊາດ ແລະ ແຫຼ່ງກຳລັງທີ່ຫຼາກຫຼາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງພັດທະນເສດຖະກິດ - ສັງຄົມທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນຢ່າງແຮງກວ່າ, ຈັດຕັ້ງຄືນພື້ນທີ່ຜະລິດ ແລະ ການບໍລິຫານຢ່າງເໝາະສົມ ແລະ ຍືນຍົງ.”