ຂ່າວສານ

ຫວຽດ​ນາມ ໂຮມ​ເຂົ້າຍັງ​ເຫຼືອ 34 ແຂວງ, ນະ​ຄອນ ຢ່າງ​ເປັນ​ທາງ​ການ

ດ້ວຍອັດຕາ 96,44% ສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ຕອນເຊົ້າວັນທີ 12 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການຕາມສິດອຳນາດຂອງຕົນຮີບເຮັ່ງປະຕິບັດບັນດາວຽກງານກະກຽມທີ່ຈຳເປັນ ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນຢູ່ບັນດາແຂວງ, ນະຄອນທີ່ໄດ້ຮັບການສ້າງຕັ້ງຫຼັງການສັບຊ້ອນຄັ້ງນີ້ ເລີ່ມເຄື່ອນໄຫວແຕ່ວັນທີ 01 ກໍລະກົດ 2025 ຢ່າງເປັນທາງການ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ຢັ້ງຢືນວ່າ:

        “ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ແຜນນະໂຍບາຍ ແລະ ແບບວິທີສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ບັນດາສະມາຊິກສະພາແຫ່ງຊາດມີຄວາມເປັນເອກະພາບສູງໂດຍຖືວ່າ ນີ້ແມ່ນແຜນນະໂຍບາຍໃຫຍ່ ແມ່ນເຫດການສຳຄັນຂອງພັກ ແລະ ລັດ, ມີຄວາມໝາຍທາງດ້ານປະຫວັດສາດ ແລະ ການເມືອງອັນສັກສິດທີ່ສຸດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດຊຸດທີ XV ໄດ້ລົງຄະແນນສຽງ, ຮັບຮອງເອົາມະຕິ”.

        ທ່ານນາງ ຫງວຽນທິທູຮ່າ ສະມາຊິກສະພາແຫ່ງຊາດ ແຂວງ ກວາງນິງ ຖືວ່າ:

        “ບັນດາແຂວງພາຍຫຼັງໂຮມເຂົ້າກັນ ຈະມີຂອບຂະໜາດໃຫຍ່ກວ່າ, ມີເງື່ອນໄຂທຳມະຊາດ ແລະ ແຫຼ່ງກຳລັງທີ່ຫຼາກຫຼາຍກວ່າ, ມີຄວາມສາມາດສ້າງ, ວາງແຜນຜັງພັດທະນເສດຖະກິດ - ສັງຄົມທີ່ມີຂອບຂະໜາດໃຫຍ່, ດຶງດູດການລົງທຶນຢ່າງແຮງກວ່າ, ຈັດຕັ້ງຄືນພື້ນທີ່ຜະລິດ ແລະ ການບໍລິຫານຢ່າງເໝາະສົມ ແລະ ຍືນຍົງ.”


top