• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ໂຮນ​ລັງ ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ, ຕ້ານ​ອາດ​​ຊະ​ຍາ​ກຳ

ທ່ານລັດຖະມົນຕີໂຕເລິມ ຖືວ່າ, ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ;

ທ່ານລັດຖະມົນຕີໂຕເລິມ ຖືວ່າ, ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ;

    

(ພາບ: TTXVN)

ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kees van Baar ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໂຮນລັງ ປະຈຳຫວຽດນາມ ມາເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານເລີ່ມອາຍຸການປະຕິບັດງານຢູ່ຫວຽດນາມ.

   ທ່ານລັດຖະມົນຕີໂຕເລິມ ຖືວ່າ, ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ມຸ່ງໄປເຖິງການເຊັນບັນດາເອກະສານ, ສັນຍາກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ, ກນໜູນຊ່ວຍດ້ານຕຸລາການ.

  ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ຈະແມ່ນຂົວຕໍ່ເພື່ອເພີ່ມທະວີຄວາມເຂົ້າແກເຂົ້າໃຈຊື່ງກັນ ແລະ ກັນ, ສົມທົບກັນແລກປ່ຽນບົດຮຽນປະສົບການ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ພິເສດແມ່ນໃນຂົງເຂດການຮ່ວມມືດ້ານການປ້ອງກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເຊື່ອມຕໍ່ລະຫວ່າງບັນດາອົງການມີໜ້າທີ່ຮັບຜິດຊອບສອງປະເທດເວົ້າລວມ ແລະ ເຊືອມຕໍ່ລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາຄູ່ຮ່ວມມື ໂຮນລັງ ເວົ້າສະເພາະ ເພື່ອແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ໃນຂອບເຂດບັນດາເອກະສານທີ່ໄດ້ລົງນາມແລ້ວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top