ຂ່າວສານ
ຫວຽດນາມ ແລະ ອິນໂດເນເຊຍ ຍູ້ແຮງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ວັນທີ 21 ພະຈິກ, ຢູູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ອິນໂດເນເຊຍ Arrmanatha Christiawan Nasir, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 21 ພະຈິກ.
ທີ່ການພົບປະເຈລະຈາ, ທ່ານ ເລຮ່ວາຍຈຸງ ສະເໜີສອງຝ່າຍຮ່ວມມືຢ່າງແໜ້ນແຟ້ນຊຸກຍູ້ທ່າເຕີບໂຕຢ່າງຕັ້ງໜ້າຂອງການຄ້າ ແລະ ການລົງທຶນ, ຈັດກອງປະຊຸມຄະນະກຳມະການປະສົມຄັ້ງທີ 8 ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກ; ເປີດກວ້າງບັນດາກາລະໂອກາດຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນຄືວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ການຫັນເປັນພະລັງງານ, ກະສິກຳອັດສະລິຍະ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ລວມມີການສະໜອງຖ່ານຫີນ.
ກ່ຽວກັບການຮ່ວມມື Halal, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ສະເໜີ ອິນໂດເນເຊຍ ເພີ່ມທະວີການໜູນຊ່ວຍດ້ານເຕັກນິກ, ສົ່ງເສີມການລົງທຶນ ເຂົ້າບັນດາວິສາຫະກິດຜະລິດຜະລິດຕະພັນ Halal ຂອງ ຫວຽດນາມ, ສອງຝ່າຍລົງນາມຂໍ້ຕົກລົງຮັບຮອງກັນໃບຢັ້ງຢືນ Halal ຂອງກັນໂດຍໄວ.






