ຂ່າວສານ
ຫວຽດນາມ ແລະ ອາເມລິກາ ປະສານສົມທົບກັນຄົ້ນຄ້ວາເອກະສານນັບລ້ານໜ້າເພື່ອຄົ້ນຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ
ຫວຽດນາມ ພວມປະສານສົມທົບກັບບັນດາຄູ່ຮ່ວມມື ອາເມລິກາ ຢ່າງແໜ້ນແຟ້ນເພື່ອຄົ້ນຄ້ວາເອກະສານສົງຄາມປະມານ 2 – 3 ລ້ານໜ້າທີ່ໄດ້ເກັບຮັກສາຢູ່ ອົງການເກັບຮັກສາສຳເນົາເອກະສານແຫ່ງຊາດ ອາເມລິກາ (NARA), ເພື່ອແນໃສ່ຊອກຫາຂໍ້ມູນກ່ຽວກັບບັນດາຂຸມຝັງສົບລວມ ແລະ ບ່ອນຝັງສົບທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຮ່ວມມືສຳຄັນເພື່ອແນໃສ່ຊຸກຍູ້ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ເຊິ່ງ ຫວຽດນາມ ພວມຜັນຂະຫຍາຍ.
ຂໍ້ມູນດັ່ງກ່າວໂດຍ ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ແບ່ງປັນທີ່ການໂອ້ລົມສົນທະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ລາວ ແລະ ກຳປູເຈຍ ໂດຍສູນ Stimson ແລະ ກຸ່ມປະຕິບັດງານກ່ຽວກັບມໍລະດົກສົງຄາມ ທີ່ຈັດຂຶ້ນຢູ່ນະຄອນຫຼວງ Washington (ອາເມລິກາ), ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າດ້ານການທູດ, ບັນດານັກຊ່ຽວຊານ ແລະ ບັນດາອົງການເຄື່ອນໄຫວໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ຕາມທ່ານ ຫງວຽນກວັກຢຸງ ແລ້ວ, ຫວຽດນາມ ພວມລະດົມແຫຼ່ງກຳລັງທີ່ໃຫຍ່ຫຼວງເພື່ອຜັນຂະຫຍາຍການປະຕິບັດບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ, ດ້ວຍເປົ້າໝາຍຄົ້ນຫາ, ທ້ອນໂຮມອັດຖຸນັກຮົບເສຍສະຫຼະວິດເພື່ອຊາດປະມານ 7.000 ອັດຖິ, ຍູ້ແຮງການຢັ້ງຢືນຊື່ ແລະ ນາມສະກຸນຜ່ານຖານຂໍ້ມູນ AND ຍາດຕິພີ່ນ້ອງ ແລະ ການມ້າງທຳລາຍລູກລະເບີດທີ່ຍັງບໍ່ທັນແຕກຢູ່ບັນດາສະໜາມຮົບຈຸດສຸມ.






