• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ຍົກ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ, ເຮັດ​ໃຫ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ການຢ້ຽມຢາມທາງລັດຖະກິດຢູ່ ສສ. ຫວຽດນາມ ຂອງທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ພ້ອມດ້ວຍສາມີ ແຕ່ວັນທີ 16 – 20 ຕຸລາ ຈະມາເຖິງນີ້ ແມ່ນເພື່ອແນໃສ່ຍົກລະດັບສາຍພົວພັນສອງຝ່າຍ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ການຢ້ຽມຢາມທາງລັດຖະກິດຢູ່ ສສ. ຫວຽດນາມ ຂອງທ່ານນາງປະທານາທິບໍດີ ສິງກະໂປ  Halimah Yacob ພ້ອມດ້ວຍສາມີ ແຕ່ວັນທີ 16 – 20 ຕຸລາ ຈະມາເຖິງນີ້ ແມ່ນເພື່ອແນໃສ່ຍົກລະດັບສາຍພົວພັນສອງຝ່າຍ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. 

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງ (ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້.

ທ່ານເອກອັກຄະລັດຖະທູດ ມາຍເຟຶອກຢຸງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ທັງຮັດແໜ້ນສາຍພົວພັນດ້ານການເມືອງອັນອີງາມ ແລະ ຍືນຍົງລະຫວ່າງສອງປະເທດ, ທັງຊຸກຍູ້ການຄ້າ, ການລົງທຶນ ແລະ ປະກອບສ່ວນເຮັດໃຫ້ ສິງກະໂປ ສືບຕໍ່ແມ່ນປະເທດລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ ໄລ່ຕາມແຕ່ລະປີ ແລະ ການຄ້າສອງຝ່າຍມີການເຕີບໂຕສູງທີ່ສຸດ.  ທ່ານເອກອັກຄະລັດຖະທູດ ມາຍເຟືອກຢຸງ ໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງປະທານາທິບໍດີ Halimah Yacob, ສອງປະເທດຈະຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ຕື່ມອີກ ນັ້ນກໍຄື ພະລັງງານທົດແທນ.

ແຫຼ່ງຄັດຈາກ VOV

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top