ຂ່າວສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ຍົກ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ, ເຮັດ​ໃຫ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ການຢ້ຽມຢາມທາງລັດຖະກິດຢູ່ ສສ. ຫວຽດນາມ ຂອງທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ພ້ອມດ້ວຍສາມີ ແຕ່ວັນທີ 16 – 20 ຕຸລາ ຈະມາເຖິງນີ້ ແມ່ນເພື່ອແນໃສ່ຍົກລະດັບສາຍພົວພັນສອງຝ່າຍ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງ (ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້.

ທ່ານເອກອັກຄະລັດຖະທູດ ມາຍເຟຶອກຢຸງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ທັງຮັດແໜ້ນສາຍພົວພັນດ້ານການເມືອງອັນອີງາມ ແລະ ຍືນຍົງລະຫວ່າງສອງປະເທດ, ທັງຊຸກຍູ້ການຄ້າ, ການລົງທຶນ ແລະ ປະກອບສ່ວນເຮັດໃຫ້ ສິງກະໂປ ສືບຕໍ່ແມ່ນປະເທດລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ ໄລ່ຕາມແຕ່ລະປີ ແລະ ການຄ້າສອງຝ່າຍມີການເຕີບໂຕສູງທີ່ສຸດ.  ທ່ານເອກອັກຄະລັດຖະທູດ ມາຍເຟືອກຢຸງ ໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງປະທານາທິບໍດີ Halimah Yacob, ສອງປະເທດຈະຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ຕື່ມອີກ ນັ້ນກໍຄື ພະລັງງານທົດແທນ.

ແຫຼ່ງຄັດຈາກ VOV

top