• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ລາ​ວ​ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານກວດ​ກາ​ຕື່ມ​ອີກ

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະທານອົງການກວດກາແຫ່ງລັດລາວ.

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະທານອົງການກວດກາແຫ່ງລັດລາວ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ຄໍາພັນ ພົມມະທັດ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງວ່າ ໃນ 3 ເດືອນຕົ້ນປີ 2022, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ບັນລຸກວ່າ 400 ລ້ານ USD, ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 2 ຝ່າຍພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ ແລະ ບັນດາໝາກຜົນຂອງກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຊຸກຍູ້ບັນດາໂຄງການພັດທະນາກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ 2 ປະເທດ ແລະ ໃນພາກພື້ນ..

      ສ່ວນທ່ານ ຄຳພັນ ພົມມະທັດ ປາດຖະໜາວ່າຈະສືບຕໍ່ໄດ້ຮັບການແບ່ງປັນ ແລະ ຊ່ວຍເຫຼືອໃນໄລຍະຈະມາເຖິງ; ທ່ານຢືນຢັນວ່າ: ໃນຖານະເປັນປະທານຄະນະກວດກາສູນກາງພັກ, ປະທານຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ປະທານອົງການກວດກາແຫ່ງລັດລາວ ຈະມານະພະຍາຍາມຈົນສຸດຄວາມສາມາດ ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືກັບຂະແໜງກວດກາພັກ. , ອົງການກວດກາລັດຖະບານຫວຽດນາມ; ປະກອບສ່ວນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ.

 ກ່ອນນັ້ນຄືໃນຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາລັດຖະບານ ຫວຽດນາມ ໄດ້ຕ້ອນຮັບ ທ່ານຄຳພັນ ພົມມະທັດ ກຳມະການກົມການເມືອງປະທານອົງການກວດກາ ແຫ່ງລັດ ລາວ.  

       ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງອົງການ ໃນໄລຍະຈະມາເຖິງ.     ປະທານອົງການກວດກາລັດຖະບານ ຫວຽດນາມ ຫວັງວ່າ ສອງຝ່າຍຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ສືບຕໍ່ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນປະສົບການເພື່ອແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນຂອງວຽກງານກວດກາ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງທັງສອງຝ່າຍ.

 ສ່ວນທ່ານປະທານອົງການກວດກາແຫ່ງລັດ ລາວກໍ່ຫວັງວ່າ ຜ່ານການຢ້ຽມຢາມຄັ້ງນີ້ ໄປຄຽງຄູ່ກັບການສະໜອງ, ອັບເດັດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການຈັດຕັ້ງການເຄື່ອນໄຫວໃຫ້ແກ່ກັນນັ້ນ ສອງອົງການກວດກາຍັງໄດ້ແບ່ງປັນຢ່າງກົງໄປກົງມາ ກ່ຽວກັບບົດຮຽນ, ປະສົບການໃນການຊີ້ນຳ, ບໍລິຫານການເຄື່ອນໄຫວກວດກາ ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກແລະປ້ອງກັນຕ້ານການສໍ້ລາດບັງຫຼວງເພື່ອພ້ອມກັນຖອດຖອນບົດຮຽນແນໃສ່ຍົກສູງປະສິດທິຜົນຂອງວຽກງານຂຶ້ນຕື່ມ.

 ພາຍຫຼັງພິທີຕ້ອນຮັບ, ສອງອົງການດັ່ງກາວໄດ້ລົງນາມຂໍ້ຕົກລົງ, ບົດບັນທຶກຊ່ວຍຈຳການຮ່ວມມືໃໝ່ ເພື່ອແນໃສ່ຍົກສູງວຽກງານກວດກາ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງທັງສອງຝ່າຍ ໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top