• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຕ້ອງ​ຍູ້​ໄວ​ການ​ເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ

ຕອນບ່າຍວັນທີ 15 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Chea Kimtha, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສຳເລັດໄລຍະປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.
ບັນຍາກາດການຕ້ອນຮັບ

ໃນການຕ້ອນຮັບ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຫວຽດນາມ ແລະ ກຳປູເຈຍ ຍູ້ໄວການເຊື່ອມຕໍ່ໂຄງລ່າງ, ພັດທະນາໂຄງລ່າງການຄ້າຊາຍແດນ. ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືດ້ານການຄ້າກັບ ກຳປູເຈຍ, ໂດຍສະເພາະແມ່ນສຳລັບບັນດາຜະລິດຕະພັນຄື ເຂົ້າສານ ເຂົ້າເປືອກ, ໝາກມ່ວງຫິມະພານ ແລະ ຢາງພາລາ ເພື່ອຊຸກຍູ້ອຸດສາຫະກຳການປຸງແຕ່ງ ແລະ ການນໍາເຂົ້າສົ່ງອອກ, ຍູ້ແຮງການເຊື່ອມຕໍ່ຊາຍແດນ, ດ່ານຊາຍແດນ, ພ້ອມທັງຊອກຫາບັນດາມາດຕະການນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸໄດ້ 20 ຕື້ USD ໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ກຳປູເຈຍ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ; ພ້ອມດຽວກັນນັ້ນ, ສອງຝ່າຍກໍ່ສືບຕໍ່ສົມທົບກັນໃນວຽກງານປັກຫຼັກໝາຍຊາຍແດນ ແລະ ຄຸ້ມຄອງຊາຍແດນໃນເຂດດິນຕໍ່ແຜ່ນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ເອົາໃຈໃສ່, ອຳນວຍຄວາມສະດວກກ່ຽວກັບພູມີສາດນິຕິກຳ, ໃນນັ້ນ ມີການໃຫ້ສັນຊາດເພື່ອໃຫ້ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ມີການດຳລົງຊີວິດທີ່ເປັນປົກກະຕິ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Chea Kimtha ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ເຊື່ອມຕໍ່ການພົບປະແລກປ່ຽນປະຊາຊົນສອງປະເທດ.

ສ່ວນທ່ານນາງ Chea Kimtha  ກໍຕີລາຄາສູງແຜນນະໂຍບາຍປະຕິຮູບ, ການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດຂອງ ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ຫວຽດນາມ ຈະປະຕິບັດສຳເລັດ 2 ເປົ້າໝາຍ 100 ປີ, ກ່ອນອື່ນໝົດແມ່ນຮອດປີ 2030 ກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

​(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top