• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ

ຕອນບ່າຍວັນທີ 18 ຕຸລາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ເນື່ອງໃນໂອກາດເຂົ້າຮ່ວມການເຄື່ອນໄຫວໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD ປີ 2022 ຢູ່ ຮ່າໂນ້ຍ.

ຕອນບ່າຍວັນທີ 18 ຕຸລາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ເນື່ອງໃນໂອກາດເຂົ້າຮ່ວມການເຄື່ອນໄຫວໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD ປີ 2022 ຢູ່ ຮ່າໂນ້ຍ. 

    

ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: TTXVN)

ຢູ່ທີ່ການຕ້ອນຮັບ, ທ່ານຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນໃນການຮ່ວມມື ແລະ ການໃຫ້ຄຳປຶກສາດ້ານນະໂຍບາຍຂອງ OECD, ກຽມພ້ອມສົມທົບກັບ OECD ສະໜອງຂໍ້ມູນ ເພື່ອໃຫ້ມີການຄົ້ນຄ້ວາ, ຕີລາຄາ, ສ່ອງແສງ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍຢ່າງພາວະວິໄສ, ຫຼາຍທິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ OECD ສືບຕໍ່ໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງຄວາມສ່ຽງ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ບັນດາກໍາລັງໜູນພັດທະນາເສດຖະກິດເຊັ່ນ ການຈໍາໜ່າຍ, ການສົ່ງອອກ, ເສດຖະກິດໝູນວຽນ, ເສດຖະກິດດິຈິຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ…

        ທ່ານເລຂາທິການໃຫຍ່ OECD ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້; ສະແດງຄວາມປະທັບໃຈຕໍ່ແຜນນະໂຍບາຍ, ແນວທາງ, ວິທີການພັດທະນາຂອງຫວຽດນາມ. ທ່ານເລຂາທິການໃຫຍ່ຖືວ່າ ການຮ່ວມມື ລະຫວ່າງ ຫວຽດນາມ- OECD ແມ່ນການຮ່ວມມືສອງສົ້ນ, OECD ຈະໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍການພັດທະນາ ແລະ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນການຟື້ນຟູ, ປະຕິຮູບດ້ານເສດຖະກິດ ມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ.

        ໃນວັນດຽວກັນ, ຢູ່ ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານບຸ່ຍແທ່ງເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ຕ້ອນຮັບ ທ່ານ ແມັດເທຍ ກອມມານ.

ແຫຼ່ງຄັດຈາກ VOV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top