• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ​ຢູ່​ແຂວງ​ເທື່ອ​ທຽນ​ - ເຫວ້

ການຜັນຂະຫຍາຍປະຕິບັດໂຄງການ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ ແລະ ພັດທະນາເສດຖະກິດສັງຄົມ. ໝາກຜົນຂອງໂຄງການ ກໍເປັນການສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ກອງທັບ ທີ່ມີຕໍ່ປະຊາຊົນ ແລະ ດິນແດນປະຕິວັດ.
ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 24 ຕຸລາ, ຢູ່ສະໜາມບິນ ອາຊໍ, ເມືອງ ອາເລື໊ອຍ, ແຂວງ ເທື່ອທຽນ - ເຫວ້, ເຫຼົ່າຮົບເຄມີ, ກະຊວງປ້ອງກັນປະເທດ, ຈັດພິທີປະກາດປະຕິບັດສຳເລັດໂຄງການ “ກຳຈັດດິນຖືກມົນລະພິດດີໂອຊິນ ຢູ່ສະໜາມບິນ ອາຊໍ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫວ້”. ໂຄງການໄດ້ປະຕິບັດນັບແຕ່ເດືອນ ມີນາ 2020 ມາຮອດປັດຈຸບັນ, ດ້ວຍປະລິມານດິນທັງໝົດກວ່າ 38.700 m3 ຖືນມົນລະພິດຈາກທາດພິດດີໂອຊິນ ໄດ້ຮັບການກຳຈັດສຳເລັດ.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຜັນຂະຫຍາຍປະຕິບັດໂຄງການ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ ແລະ ພັດທະນາເສດຖະກິດສັງຄົມ. ໝາກຜົນຂອງໂຄງການ ກໍເປັນການສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ກອງທັບ ທີ່ມີຕໍ່ປະຊາຊົນ ແລະ ດິນແດນປະຕິວັດ.

ໂອກາດນີ້, ກະຊວງປ້ອງກັນປະເທດ ກໍໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ພໍ່ແມ່ປະຊາຊົນຕາແສງ ດົງເຊີນ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫວ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top