• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ກອງ​ປະ​ຊຸມ COP 26

ວັນທີ 26 ມັງກອນ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ມີການເຮັດວຽກກັບທ່ານ Aliberti, ເອກອັກຄະລັດຖະທູດ ສະຫະພາບເອີຣົບ (ອີຢູ) ປະຈຳ ຫວຽດນາມ ກ່ຽວກັບການປະຕິບັດ ກອບຊີວະນາໆພັນທົ່ວໂລກ ແລະ ກຳນົດທິດການຮ່ວມມືລະຫວ່າງສອງຝ່າຍ. ການເຮັດວຽກແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ພາຍຫຼັງກອງປະຊຸມບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26) ໃຫ້ມີປະສິດທິຜົນ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ເຮັດວຽກກັບທ່ານ Aliberti, ເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ (ພາບ: baotainguyenmoitruong.vn)

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາເນື້ອໃນຂອງ ກອບຊີວະນາໆພັນທົ່ວໂລກ. ໃນໄລຍະຈະມາເຖິງ, ຫວຽດນາມ ສະເໜີໃຫ້ ອີຢູ ແລະ ບັນດາປະເທດໃນກຸ່ມ ອີຢູ ເອົາໃຈໃສ່ເຖິງການຮ່ວມມືກັບ ຫວຽດນາມ ໃນການຜັນຂະຫຍາຍໝາກຜົນກອງປະຊຸມ COP26, ສຸມໃສ່ບາງເນື້ອໃນ ຄື: ຜັນຂະຫຍາຍບັນດາໂຄງການຫັນປ່ຽນພະລັງງານ, ຫັນປ່ຽນການຄົມມະນາຄົມທີ່ປອດໄພ; ຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາ, ປູກປ່າ, ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ທາງກະຊວງກໍສະເໜີໃຫ້ເພີ່ມທະວີການເຄື່ອນໄຫວຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ, ແນະນຳມາດຕະຖານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງຂອງສິນຄ້ານຳເຂົ້າຕະຫຼາດເອີຣົບ…

        ສ່ວນທ່ານ Aliberti ເອກອັກຄະລັດຖະທູດ ສະຫະພາບເອີຣົບ (ອີຢູ) ປະຈຳ ຫວຽດນາມ ກ່າວວ່າ ຄວາມຫວັງຂອງ ອີຢູ ທີ່ມີຕໍ່ ກອບຊີວະນາໆພັນທົ່ວໂລກ ແມ່ນ ແລກປ່ຽນບັນດາທັດສະນະກ່ຽວກັບການກຳນົດທິດການຮ່ວມມືລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ອີຢູ ປະຈຳ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ພາຍຫຼັງກອງປະຊຸມ COP26.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top