• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເປັ​ນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸ​ມ​ແບບ​ທາງ​ໄກ​​ຂອງກຸ່ມ​ນັກ​ຊ່ຽວ​ຊານ​ຮັກ​ສາ​ສັ​ນ​ຕິ​ພາບ​ຮອບ​ວຽນທີ 4 (2021-2023)

ຕອນເຊົ້າວັນທີ 3 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການປະຊຸມ  ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເປີດກວ້າງ (ADMM+) ແບບທາງໄກ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ການປະຊຸມ  ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) (ພາບ: TTXVN)

ກ່າວຄຳເຫັນເປີດການປະຊຸມ, ທ່ານຫົວໜ້າກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຍີ່ປຸ່ນ Tomoko Matsuzawa ໃຫ້ຮູ້ວ່າ, ເນື້ອໃນປຶກສາຫາລືຫຼັກແມ່ນວຽກງານການຝຶກແອບ, ຍົກສູງກຳລັງຄວາມສາມາດໃຫ້ກຳລັງຮັກສາສັນຕິພາບ, ຊ່ວຍບັນດາສະມາຊິກເຂົ້າຮ່ວມ   ກຳລັງຮັກສາສັນຕິພາບຫຼີກລ້ຽງໄດ້ບັນດາຄວາມສ່ຽງຂົ່ມຂູ່ເຖິງຊິວິດ ເມື່ອປະຕິບັດໜ້າທີ່ຢູ່ພື້ນທີ່ຕົວຈິງ ແລະ ຮັບປະກັນອິດທິພົນຊື່ສຽງຂອງຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ປະເທດປະຈຳຖິ່ນ.

ແບ່ງປັນທັດສະນະກັບທ່ານປະທານຮ່ວມ Matsuzawa, ທ່ານພັນເອກ ມາກດຶກຈ້ອງ, ຫົວໜ້າກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຫວຽດນາມ, ເນັ້ນໜັກວ່າ ວຽກງານຝຶກແອບກ່ອນທີ່ຈະຜັນຂະຫຍາຍ ແລະ ຍົກສູງກຳລັງ ແມ່ນສິ່ງສຳຄັນທີ່ສຸດໃນການກະກຽມໃຫ້ກຳລັງຮັກສາສັນຕິພາບຂອງ ສປຊ ຕອບສະໜອງຕາມຄວາມຮຽຫຮ້ອງຕ້ອງການຂອງໜ້າທີ່ຢູ່ຄະນະປະຕິບັດງານ. ໃນສະພາບການໂລກລະບາດ, ວຽກງານນີ້ຍັງມີຄວາມສຳຄັນ ແລະ ທ້າທານຫວ່າກັບບັນດາປະເທດທີ່ນສົ່ງ ທະຫານໄປສົມທົບໃຫ້ກຳລັງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top