• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເດັດ​ດ່ຽວ​ປົກ​ປ​ັກ​ຮັກ​ສາ​ເອກະ​ລາດ,ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ

ຕອນເຊົ້າວັນທີ 6 ມິຖຸນາ, ຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດ ທີ່ວາລະຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ກ່ຽວກັບຍຸດທະສາດແຫ່ງການຕໍ່ສູ້ຂອງຫວຽດນາມ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ຍາວນານຢູ່ທະເລຕາເວັນອອກ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ  

(ພາບ: qh.vn)
 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ ເນັ້ນໜັກວ່າ: ຫວຽດນາມ ມີພະຍານຫຼັກຖານຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຢູ່ 2 ເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທັດສະນະຂອງຫວຽດນາມ ແມ່ນເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕເຂດທະເລໝູ່ເກາະ. ຫວຽດນາມ ກໍ່ມີແຜນນະໂຍບາຍແກ້ໄຂການຂັດແຍ້ງບົນຫຼັກການສັນຕິພາບ, ເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກົດໝາຍວ່າດ້ວຍທະເລປີ 1982, ບໍ່ນຳໃຊ້ກຳລັງອາວຸດ, ນາບຂູ່ການໃຊ້ກຳລັງອາວຸດ, ພິເສດແມ່ນບໍ່ເຮັດໃຫ້ປ່ຽນສະພາບການຢູ່ທະເລຕາເວັນອອກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ ໃຫ້ຮູ້ວ່າ:

  ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວເສດຖະກິດຂອງຫວຽດນາມ ຢູ່ທະເລຕາເວັນອອກ ແລະ ບັນດາເຂດເສດຖະກິດພິເສດຂອງຫວຽດນາມ ຍັງມີການຜັນແປ, ຜັນຂະຫຍາຍຢ່າງເປັນປົກກະຕິ, ບັນດາກຳລັງຍັງເພີ່ມທະວີການຮັກສາການເຄື່ອນໄຫວເສດຖະກິດຕ່າງໆ ກໍ່ຄືປົກປ້ອງຊາວປະມົງເຄື່ອນໄຫວໃນເຂດທະເລຖືກຕ້ອງຕາມກົດໝາຍຫວຽດນາມ. ຫວຽດນາມ ກໍ່ເດັດດ່ຽວຕໍ່ສູ້ກັບບັນດາການກະທຳລະເມີດຕໍ່ອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ, ຜ່ານບັນດາມາດຕະການທາງການທູດ ແລະ ຈຳເປັນອື່ນໆເພື່ອປົກປັກຮັກສາອະທິປະໄຕຂອງຕົນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top