• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ G7 ໜູນ​ຊ່ວຍ ອາ​ຊຽນ ໄດ້​ເຂົ້າ​ເຖິງ ແລະ ແຈກ​ຢາຍ​ວັກ​ຊິນ​ຢ່າງ​ປອ​ດ​ໄພ

ຕອນບ່າຍວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - G7 ແບບທາງໄກ. ນີ້ແມ່ນກອງປະຊຸມຄັ້ງທຳອິດ ລະຫວ່າງ ລັດຖະມົນຕີການຕ່າງປະເທດ ອາຊຽນ ແລະລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ G7.
ທ່ານບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ G7 ໜູນຊ່ວຍ ອາຊຽນ ໄດ້ເຂົ້າເຖິງ ແລະ ແຈກຢາຍວັກຊິນຢ່າງປອດໄພ, ມີປະສິດທິຜົນຢ່າງທັນການ ແລະ ສະໝ່ຳສະເໝີກໍ່ຄືຖ່າຍທອດເຕັກໂນໂລຢີວັກຊິນ, ຊ່ວຍຍົກສູງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ ຂອງ ອາຊຽນ ແລະ ພາກພື້ນ. ໄປຄຽງຄູ່ກັນນັ້ນ, ບັນດາປະເທດຕ້ອງຮັກສາການເປີດຕະຫຼາດ, ຕ້ອງລົງທຶນຫຼາຍກ່ວາອີກເຂົ້າໃນພື້ນຖານໂຄງລ່າງ ແບບຍືນຍົງ, ຊຸກຍູ້ການຫັນເປັນດີຈີຕອນ, ການເຕີບໂຕຂຽວ ແລະ ສະອາດກ່ວາອີກ.

ເມື່ອເນັ້ນໜັກເຖິງການພົວພັນຄູ່ຮ່ວມມື ອາຊຽນ - G7 ໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ ກອງປະຊຸມ COP26 ຢູ່ Glasgow, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະເໜີ G7 ຕ້ອງນຳໜ້າໃນການຫຼຸດຜ່ອນການປ່ອຍອາຍພິດ, ເພີ່ມທະວີການຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍພິດລົງ 0 ຜ່ານການລົງທຶນການເງິນຂຽວ, ເຕັກໂນໂລຢີສະອາດ, ພ້ອມທັງໜູນຊ່ວຍຮັດແຄບຊ່ອງຫວ່າງ ໃນການພັດທະນາຢູ່ ອາຊຽນ.

ທ່ານລັດຖະມົນຕີກໍ່ສະເໜີໃຫ້ G7 ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຮັບປະກັນທະເລຕາເວັນອອກ ແມ່ນ ເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ມີການຮ່ວມມື ແລະ ພັດທະນາ, ພ້ອມທັງຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຄວາມມານະພະຍາຍາມບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ມີຜົນສັກສິດ, ສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີ UNCLOS 1982.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top