• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສ.ເກົາຫຼີ ເຊື່ອມ​ຕໍ່, ເປີດກວ້າງ​ການ​ຮ່ວມ​ມື​ກ່ຽວ​ກັບ​ຕົວ​ເມືອງ ອັດ​ສະ​ລິ​ຍະ

ແຕ່ວັນທີ 15 ຕຸລາ - 17 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມ ໄອທີ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ Meta Square ຈັດລາຍການ ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ ຫວຽດນາມ - ສ.ເກົາຫຼີ.
ວິສາຫະກິດ ສ.ເກົາຫຼີ ສຶກສາກ່ຽວກັບຕະຫຼາດ ຫວຽດນາມ (ພາບ: TTXVN)

ຄະນະຜູ້ແທນກ່ຽວກັບການພັດທະນາໂຄງການຕົວເມືອງອັດສະລິຍະ ມາຈາກ ສ.ເກົາຫຼີ ໄດ້ເຕົ້າໂຮມບັນດານັກຊ່ຽວຊານຈາກສະຖາບັນພັດທະນາອຸດສາຫະກຳໂລຫະ Pohang; ສະຫະສະມາຄົມສົ່ງເສີມອຸດສາຫະກຳ ລວມສູນ ICT ແຂວງ GyeongBuk. ພ້ອມດຽວກັນນັ້ນ, 14 ວິສາຫະກິດເຕັກໂນໂລຢີແຖວໜ້າຂອງ ສ.ເກົາຫຼີ ກ່ຽວກັບປັນຍາປະດິດ (AI); ເຕັກໂນໂລຢີເໝືອນຈິງ, ເໝືອນຈິງເພີ່ມທະວີ (3D/AR-VR); ຄວາມໝັ້ນຄົງ, ກົດລັບ, ຄວາມປອດໄພດ້ານຂໍ້ມູນຂ່າວສານ,… ແນະນຳເຕັກໂນໂລຢີ ທີ່ໄດ້ ແລະ ພວມຖືກໝູນໃຊ້ເຂົ້າໃນການພັດທະນາອຸດສາຫະກຳ, ຕົວເມືອງຂອງ ສ.ເກົາຫຼີ.

        ເນື່ອງໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ການສື່ສານນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະຜູ້ແທນ ສ.ເກົາຫຼີ ໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການສ້າງ ແລະ ພັດທະນາຕົວເມືອງອັດສະລິຍະ. ພ້ອມທັງເຊື່ອມຕໍ່, ຊຸກຍູ້ການຮ່ວມມືພັດທະນາໂຄງການສ້າງການບໍລິການສຳເນົາເຕັກນິກດີຈີຕອນທົ່ວໂລກ (Digital Twin) ແລະ ພັດທະນາພື້ນຖານ Metaverse ປະສົມ AI ເພື່ອແນໃສ່ປົວແປງຄຸນລັກສະນະນຳໃຊ້ຂອງພາຫະນະທາງລົດໄຟ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top