• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikolai Patrushev ຜູ້​ຊ່ວຍວຽກ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ສະ​ພາ​ການ​ທະ​ເລ ແຫ່ງສະ​ຫະ​ພັນ ລັດ​ເຊຍ (ພາບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ສະ​ຫະ​ພັນ ລັດ​ເຊຍ, ຕອນ​ເຊົ້າ​ວັນ​ທີ 8 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ ມົດ​ສະ​ກຸ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikolai Patrushev ຜູ້​ຊ່ວຍວຽກ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ສະ​ພາ​ການ​ທະ​ເລ ແຫ່ງສະ​ຫະ​ພັນ ລັດ​ເຊຍ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ ໂຕ​ເລິມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເລື່ອງ​ສອງ​ຝ່າຍ​ກຳ​ນົດ​ທິດ​ທາງ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ​ໄລ​ຍະ 2026 – 2030; ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ຄົ້ນ​ຄ້​ວາ​ການ​ພັດ​ທະ​ນາ​ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ທະ​ເລ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ່າ​ກຳ​ປັ່ນ​ທະ​ເລ, ວິ​ສາ​ຫະ​ກິດ​ຂົນ​ສົ່ງ ແລະ logistics ສອງ​ປະ​ເທດ. ຜ່ານ​ນັ້ນຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການຈໍ​ລະ​ຈອນ​ສິນ​ຄ້າ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ; ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສູນ​​ເຂດ​ຮ້ອນ ຫວຽດ​ນາມ - ລັດ​ເຊຍ, ພ້ອມ​ທັງ​ເປີດກວ້າງ​ການ​ຄົ້ນ​ຄ້​ວາ​ໄປ​​ຂົ​ງ​ເຂດ​ວິ​ທະ​ຍາ​ທະ​ເລ, ມະ​ຫາສະ​ໝຸດ​ສາດ, ຊີ​ວະ​ນາໆ​ພັນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽງ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ວັດ​ສະ​ດຸ​ໃໝ່ ແລະ ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ທະ​ເລແບບ​ຍືນ​ຍົງ.​

(ແຫຼ່ງຄັດຈາກ VOV)

ຮັດ​ແໜ້ນ​ການຄວບ​ຄຸມ, ແກ້​ໄຂ​ການ​ລະ​ເມີດ​ໃນ​ການ​ຂຸດ​ຄົ້ນ IUU ຢ່າງ​ເດັດ​ຂາດ

ຮັດ​ແໜ້ນ​ການຄວບ​ຄຸມ, ແກ້​ໄຂ​ການ​ລະ​ເມີດ​ໃນ​ການ​ຂຸດ​ຄົ້ນ IUU ຢ່າງ​ເດັດ​ຂາດ

ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ເຕົ້າ​ໂຮມ​ກຳ​ລັງ, ພາ​ຫະ​ນະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນ​ຊາ​ການ​ທະ​ຫານ​​ຊາຍ​ແດນ​ແຂວງ​ກ່າ​ເມົາ​ກ່ຽວ​ກັບ​ວຽກ​ງາ​ນ​ຕ້ານ​ IUU ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ.

Top