ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ສະເໜີສອງຝ່າຍຄົ້ນຄ້ວາຄວາມສາມາດຮ່ວມມືຕໍ່ໃໝ່, ສ້ອມແປ້ງ, ບູລະນະສາກຳປັ່ນ ແລະ ຖ່າຍທອດເຕັກໂນໂລຢີ, ເໝາະສົມກັບຄວາມຕ້ອງການ ແລະ ເງື່ອນໄຂຂອງ ຫວຽດນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Nikolai Patrushev ຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາການທະເລ ແຫ່ງສະຫະພັນ ລັດເຊຍ (ພາບ: VNA)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສະຫະພັນ ລັດເຊຍ, ຕອນເຊົ້າວັນທີ 8 ສິງຫາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ມົດສະກຸ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nikolai Patrushev ຜູ້ຊ່ວຍວຽກປະທານາທິບໍດີ, ປະທານສະພາການທະເລ ແຫ່ງສະຫະພັນ ລັດເຊຍ.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ໄດ້ສະແດງຄວາມຊົມເຊີຍເລື່ອງສອງຝ່າຍກຳນົດທິດທາງຮ່ວມມືໃນຂົງເຂດທະເລໄລຍະ 2026 – 2030; ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຄົ້ນຄ້ວາການພັດທະນາບັນດາເສັ້ນທາງຂົນສົ່ງທາງທະເລຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ່າກຳປັ່ນທະເລ, ວິສາຫະກິດຂົນສົ່ງ ແລະ logistics ສອງປະເທດ. ຜ່ານນັ້ນຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີສອງຝ່າຍຄົ້ນຄ້ວາຄວາມສາມາດຮ່ວມມືຕໍ່ໃໝ່, ສ້ອມແປ້ງ, ບູລະນະສາກຳປັ່ນ ແລະ ຖ່າຍທອດເຕັກໂນໂລຢີ, ເໝາະສົມກັບຄວາມຕ້ອງການ ແລະ ເງື່ອນໄຂຂອງ ຫວຽດນາມ; ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງສູນເຂດຮ້ອນ ຫວຽດນາມ - ລັດເຊຍ, ພ້ອມທັງເປີດກວ້າງການຄົ້ນຄ້ວາໄປຂົງເຂດວິທະຍາທະເລ, ມະຫາສະໝຸດສາດ, ຊີວະນາໆພັນ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽງແປງຂອງດິນຟ້າອາກາດ, ວັດສະດຸໃໝ່ ແລະ ບັນດາເຕັກໂນໂລຢີຮັບໃຊ້ການພັດທະນາ ເສດຖະກິດທະເລແບບຍືນຍົງ.