ຂ່າວສານ
ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືເພື່ອຮັກສາສະຖຽນລະພາບ ແລະ ສັນຕິພາບໃນໂລກ
ວາລະປະຊຸມຄົບຄະນະ ກອງປະຊຸມສາກົນຄັ້ງທີ XI ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຖືກໄຂຂຶ້ນໃນວັນທີ 24 ພຶດສະພາ, ຢູ່ ລັດເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຕ່າງປະເທດເກືອບ 100 ຄະນະ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ. ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮຽນຮູ້ປະສົບການຈາກເພື່ອນມິດສາກົນ ກໍຄື ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນເພື່ອພ້ອມກັນເພີ່ມທະວີແຫຼ່ງກຳລັງ, ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ພາກພື້ນ ແລະ ແຕ່ລະປະເທດ.
ກ່ອນໜ້ານັ້ນ, ວັນທີ 23 ພຶດສະພາ, ທ່ານລັດຖະມົນຕີ ໂຕເລິມ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ວາລະປຶກສາຫາລືຄັ້ງທີ III ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ອາຊຽນ - ລັດເຊຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ຢ່າງສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນເລື່ອງ ລັດເຊຍ ເສີມຂະຫຍາຍບົດບາດຢູ່ພາກພື້ນ, ເພີ່ມທະວີການພົວພັນ ອາຊຽນ - ລັດເຊຍ, ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາອົງການຈັດຕັ້ງ ເຊິ່ງ ລັດເຊຍ ມີບົດບາດເປັນເສົາຄ້ຳສຳຄັນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບກັບ ລັດເຊຍ ແລະ ບັນດາປະເທດ ອາຊຽນ ຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ, ຖືປະຊາຊົນເປັນໃຈກາງ, ເປັນເປົ້າໝາຍ ແລະ ເປັນກຳລັງໜູນ.






