• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ WTO ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO) ເຊິ່ງພວມຢູ່ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (ພາບ: TTXVN)  

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ WTO, ຫວຽດນາມ ໄດ້ວາງອອກແຜນນະໂຍບາຍເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ບັນດາຂອບເຂດຮ່ວມມືຂອງ WTO, ພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ບົນຈິດໃຈສ້າງສັນສຳລັບບັນດາບັນຫາທີ່ເປັນຄວາມສົນໃຈລວມຂອງ WTO. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານນາງເອງ ແລະ WTO ຈະສືບຕໍ່ສະໜັບສະໜູນຍູ້ແຮງບັນດາໂຄງການຮ່ວມມື, ໜູນຊ່ວຍດ້ານການເງິນ, ເຕັກນິກຂອງ WTO ເພື່ອແນໃສ່ຊ່ວຍ ຫວຽດນາມ ຍົກສູງປະສິດທິຜົນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ສືບຕໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ WTO.

        ສ່ວນທ່ານນາງ Ngozi Okonjo – Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ ປາດຖະໜາວ່າ ຢາກຮັບຟັງບົດຮຽນ, ປະສົບການຂອງ ຫວຽດນາມ ເພື່ອແນະນຳ, ແບ່ງປັນກັບໂລກ ແລະ ເປັນແຫຼ່ງບັນດານໃຈໃຫ້ຫຼາຍປະເທດອື່ນໃນໂລກ. ທ່ານນາງກໍຫວັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດພັດທະນາເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ, ການຄ້າສີຂຽວ,  ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຈລະຈາສັນຍາຊ່ວຍເຫຼືອຂະແໜງສິນໃນນ້ຳ, ຕ້ານການຂຸດຄົ້ນສິນໃນນ້ຳທີ່ລະເມີດກົດໝາຍ (IUU), ພັດທະນາແບບກວມລວມ ແລະ ມອບສິດໃຫ້ແກ່ແມ່ຍິງ.

 

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top