ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ໄຈ້ແຍກບັນດາໝວດບັນຫາຫຼັກແຫຼ່ງຢ່າງເລິກເຊິ່ງ ແລະ ສະເໜີບັນດາມາດຕະການດ້ານນະໂຍບາຍສັງລວມ, ຮອບດ້ານ ເພື່ອຮັບປະກັນຄວາມຮຽກຮ້ອງພັດທະນາຂອງປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.
ຕອນເຊົ້າວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມປະຈຳເດືອນ ມິຖຸນາ 2026 ຂອງລັດຖະບານ ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: VNA)
ປະທານປະເທດ ຫວຽດນາມ; ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກີມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ທີ່ກອງປະຊຸມ, ການນຳບັນດາແຂວງ, ນະຄອນໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຢຶດໝັ້ນບັນລຸເປົ້າໝາຍການເຕີບໂຕ 2 ຕົວເລກ ແລະ ສະແດງຄວາມມານະພະຍາຍາມສູ້ຊົນເຮັດສຳເລັດເປົ້າໝາຍດ້ວຍບັນດາມາດຕະການລະອຽດ ເພື່ອປະກອບສ່ວນລວມເຂົ້າໃນເປົ້າໝາຍການເຕີບໂຕຂອງທົ່ວປະເທດ.
ທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ໄຈ້ແຍກບັນດາໝວດບັນຫາຫຼັກແຫຼ່ງຢ່າງເລິກເຊິ່ງ ແລະ ສະເໜີບັນດາມາດຕະການດ້ານນະໂຍບາຍສັງລວມ, ຮອບດ້ານ ເພື່ອຮັບປະກັນຄວາມຮຽກຮ້ອງພັດທະນາຂອງປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.
“ພວກເຮົາຕ້ອງຕີລາຄາບັນດາໝາກຜົນທີ່ບັນລຸໄດ້ແມ່ນຖືກກັບຄວາມສາມາດບົ່ມຊ້ອນ, ສອດຄ່ອງກັບແຫຼ່ງກຳລັງທີ່ພວກເຮົາພວມມີໃນປະຈຸບັນ, ພວກເຮົາໄດ້ຕັດສິນໃຈຢ່າງສູງສຸດໃນການປະຕິບັດບັນດາໝວດໜ້າທີ່, ມາດຕະການໃນໄລຍະ 6 ເດືອນຕົ້ນປີແລ້ວຫຼືຍັງ? ບັນດາໜ້າທີ່ຕ້ອງຜັນຂະຫຍາຍໃນ 6 ເດືອນທ້າຍປີເພື່ອບັນລຸເປົ້າໝາຍເຕີບໂຕ 2 ຕົວເລກ ຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ; ຊຸກຍູ້ບັນດາກຳລັງໜູນໃໝ່, ໂດຍສະເພາະແມ່ນວິທະຍາສາດເຕັນໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ”.
ບົດລາຍງານສະພາບການເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ແລະ ບັນດາມາດຕະການຈຸດສຸມໃຫ້ແກ່ຊຸມເດືອນທ້າຍປີ 2026, ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ລະດັບເຕີບໂຕ GDP ໄຕມາດທີ 2 ຄາດວ່າເພີ່ມຂຶ້ນ 8,39% ເມື່ອທຽບໃສ່ໄລຍະດຽວກັນ; ໄລ່ລວມ 6 ເດືອນຕົ້ນປີບັນລຸ 8,18%, ລະດັບສູງສຸດທີ່ໄດ້ຮັບຮູ້ນັບແຕ່ປີ 2011 ມາຮອດປະຈຸບັນ. ຍອດເງິນລົງທຶນຈາກຕ່າງປະເທດຈົດທະບຽນບັນລຸກວ່າ 34 ຕື້ USD. ຍອດວົງເງິນສົ່ງອອກ - ນຳເຂົ້າ ຄາດວ່າບັນລຸ 549 ຕື້ USD; ວົງເງິນນ້ຳເຂົ້າບັນລຸ 283 ຕື້ USD.
(ແຫຼ່ງຄັດຈາກ VOV)