• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອ​ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ

ວັນ​ທີ 2 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ, ອາ​ເມ​ລິ​ກາ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 9 ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ຂອງ ສ​ປ​ຊ.
ກອງ​ປະ​ຊຸມ​​ຂອງ ສ​ະ​ຫະ​ປະ​ຊາ​ຊາດ (ພາບ: TTXVN)
ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນຫ໋​າຍ​ລຶວ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາ​ງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ​ແມ່ນ ກ່າວ​ປະ​ນາມ​ລັດ​ທິ​ການ​ກໍ່​ການ​ຮ້າຍ​ໃນ​ບໍ່​ວ່າ​ຮູບ​ແບບ​ໃດ, ການ​ກະ​ທຳ​ໃດ ຫຼື​ກຳ​ລັງ​ໜູນ​ໃດ; ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສຳຫຼວດກວດ​ກາ, ດຳ​ເນີນ​ຄະ​ດີ ແລະ ແກ້​ໄຂ​ບັນ​ດາ​ເປົ້າ​ໝາຍ​ທີ່ຈັດ​ຕັ້ງ​, ປະ​ຕິ​ບັດ ແລະ ອຸ​ປະ​ຖຳ​ໃຫ້​ແກ່​ການ​ກະ​ທຳ​ກໍ່​ການ​ຮ້າຍຢ່າງ​ເຂັ້ມ​ງວດ, ລວມ​ມີ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ບັນ​ດາ​ເຫດ​ການ​ກໍ່ການ​ຮ້າຍ​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.

(ແຫຼ່ງຄັດຈາກ VOV)

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top