• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ນາຍ​ທະ​ຫານ​ ກອງ​ທັບປະ​ຊາ​ຊົນ ຫວຽດ​ນາມ ຮັບ​ດຳ​ລົງຕຳ​ແໜ່ງ​ຂັ້ນ​ສູງ​ໃນ​ຄະ​ນະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ

ຕອນ​ເຊົ້າ​ວັນ​ທີ 03 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດໃຫ້​ແກ່​ນາຍ​ທະ​ຫານ 3 ຄົນ ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຄ​ະ​ນະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ປະ​ຈຳ ຊູ​ດັງ​ໃຕ້​ (UNMISS).
  ທ່ານ​ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ມອບ​ຂໍ້​ຕົກ​ລົງ​ໃຫ້​ນາຍ​ທະ​ຫານ 3 ຄົນ (ພາບ: VNA)  

ພິ​ເສດ, ໃນ​ຈຳ​ນວນ​ນາຍ​ທະ​ຫານ 3 ຄົນ​ທີ່​ກະ​ກຽມ​ອອກ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ນັ້ນ, ມີ​ທ່ານ​ພັນ​ໂທ ເລືອງ​ເຈື່ອງວິງ ດຳ​ລົງ​​ຕຳ​ແໜ່ງ ນາຍ​ທະ​ຫານ​ຕິດ​ຕໍ່​ຂັ້ນ​ສູງ ທັງ​ເປັນ ຫົວ​ໜ້າ​ຫ້ອງ​ສັງ​ເກດ​ການ​ການ​ທະ​ຫານ ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ UNMIS. ນີ້​ແມ່ນ​ຕຳ​ແໜ່ງ​ໃໝ່ ແລະ ກໍ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ມີ​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ ສ​ປ​ຊ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ຂັ້ນ​ສູງ​ໃນ​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ.

ທີ່​ພິ​ທີ, ທ່ານ​ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕາງ​ໜ້າ​ໃຫ້​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຊົມ​ເຊີຍນາຍ​ທະ​ຫານ 3 ຄົນ ແລະ ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ, ກົມ​ກອງ​ທີ່​ກ່ຽວ​ຂ້ອງ.

(ແຫຼ່ງຄັດຈາກ VOV)

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top